SlideShare una empresa de Scribd logo
1 de 50
Descargar para leer sin conexión
lt[a[mu 6
,y45ok{mao;k 2016
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ
ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
d l ld l l
ຈົດໝາຍຂ່າວ
ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ
ຄະນະຮ່າງ ແລະ ຮຽບຮຽງ
ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ
ທ່ານ ໂລນຄຳ ອາດສະນາວົງ ຮັກສາການຫົວໜ້າກົມ
ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ
ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ
ກວດແກ້
ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
ພະແນກສົ່ງເສີມສິ່ງແວດລ້ອມ
ຈັດໜ້າອອກແບບ
ພະແນກສົ່ງເສີມສິ່ງແວດລ້ອມ
ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ
ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ
ທ່ານ ບົວແສງປະເສິດ ພຣະສິດທິເດດ
ທ່ານ ກິ່ງທອງ ສິຣິສົມພອນ
ຄະນະເກັບກຳຂໍ້ມູນ
ທ່ານ ນາງ ສຸກສະຫວັນ ພຸດທະລາດ
ທ່ານ ນາງ ເກດສະໄໝ ແກ້ວຫານາມ
ທ່ານ ນາງ ອຳໄພວັນ ພົມມະເທບ
ທ່ານ ນາງ ນາລິນ ຈະເລີນສຸກ
ທ່ານ ນາງ ປິກຄຳ ພັນທະວົງ
ທ່ານ ບຸນທະວີ ປັນຍານຸວົງ
ແຫຼ່ງຂໍ້ມູນ
ຂໍຂອບໃຈເປັນຢ່າງສູງ ທີ່ໃຫ້ຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
ສາລະບານ
1.	ກອງປະຊຸມປຶກສາຫາລື ຜ່ານຮ່າງ ຄໍາແນະນໍາ ການສົ່ງເສີມ.........
ການນໍາໃຊ້ ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີສະອາດ........... 1
2.	ຄວາມຄືບໜ້້າຂອງການຊ່ວຍເຫຼືອ ດ້ານວິຊາການ ແລະ ງົບປະ........
ມານ ຂອງໂຄງການ ProCEEd ໃຫ້ແກ່ສະຖານີວິທະຍຸກະຈາຍ........ 4
3.	ກອງປະຊຸມປຶກສາຫາລື ຮ່າງ ລັດຖະບັນຍັດ ວ່າດ້ວຍ ຄ່າອາກອນ....
ສິ່ງແວດລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານ.................. 8
4.	ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ໂຄງການ ປັບຕົວເຂົ້າກັບ.........
ການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ......13
5.	ພະນັກງານເມືອງ ແລະ ແຂວງ ຂອງ 3 ແຂວງ ເປົາໝາຍໄດ້ຮັບ.....
ການຍົກລະດັບຄວາມຮູ້ຄວາມສາມາດໃນ “ການອະນຸລັກ...........16
6.	ປະຊາຊົນ3ເມືອງ3ແຂວງທີ່ເຂົ້າຮ່ວມກິດຈະກຳ“ການອະນຸລັກ.....
ສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ” ............................................ 24
7.	ການຈັດການຂີ້ເຫຍື້ອ ຢູ່ 4 ຕົວເມືອງ ແຂວງ ບໍລິຄຳໄຊລົງເຄື່ອນ......
ໄຫວກິດຈະກຳ ການຈັດການຂີ້ເຫຍື້ອ ໃນຊ່ວງງານບຸນຊ່ວງເຮືຶອ.....36
8.	ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກດ້ານສິ່ງແວດລ້ອມ......
ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ.38
9.	ການສ້າງຈິດສໍານຶກ ກ່ຽວກັບ ການຈັດການຂີ້ເຫຍື້ອ ຢູ່ທີ່ງານບຸນນະ..
ມັດສະການພະທາດຫຼວງວຽງຈັນ 2016..................................42
10. ສ້າງຂະບວນການແຂ່ງຂັນກິລາບານເຕະ ຊາຍ-ຍິງ ເພື່ອຮັບຕອນ....
ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ກສສ........................45
1
ປະຊຸມ
	 ໃນຕອນເຊົ້າຂອງວັນທີ 05 ຕຸລາ 2016,
ພະແນກ ເຕັກໂນໂລຊີສິ່ງແວດລ້ອມ, ກົມສົ່ງເສີມຄຸນ
ນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດກອງປະຊຸມປຶກ
ສາຫາລື ຜ່ານຮ່າງຄໍາແນະນໍາ ການສົ່ງເສີມການນໍາ
ໃຊ້ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີສະອາດ
ແລະ ເປັນມິດຕໍ່ສິ່ງແວດລ້ອມ ສະບັບທີ I ທີ່ຫ້ອງປະ
ຊຸມ ກສສ, ຊຶ່ງເປັນກອງປະຊຸມເບື້ອງຕົ້ນ ເພື່ອປຶກ
ສາຫາລືພາຍໃນ, ໄດ້ຮັບກຽດເປັນປະທານ ຂອງທ່ານ
ໂລນຄໍາ ອາດສະນາວົງ ຮັກສາການຫົວໜ້າ ກົມສົ່ງ
ເສີມຄຸນນະພາບສິ່ງແວດລ້ອມ ແລະ ມີແຂກຜູ້ເຂົ້າ
ຮ່ວມທັງໝົດ 18 ທ່ານ ເປັນຍິງ 9 ທ່ານ ຈາກຄະນະ
ກົມ, ຄະນະພະແນກ ແລະ ວິຊາການຈໍານວນໜຶ່ງ
ຂອງ ກສສ.
	 ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື
ປະກອບຄໍາເຫັນໃສ່ຮ່າງໂຄງຮ່າງຄໍາແນະນໍາ ການ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ກອງປະຊຸມປຶກສາຫາລືຜ່ານຮ່າງຄໍາແນະນໍາ ການສົ່ງເສີມ
ການນໍາໃຊ້ ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີສະ
ອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ພາຍໃນ ກສສ.
2
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດລ້ອມ, ເຕັກ
ໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ສະ
ບັບທີ I. ກອງປະຊຸມ ໄດ້ຮັບຟັງການສະເໜີຄວາມ
ຈໍາເປັນ ແລະ ຄວາມເປັນມາຂອງການສ້າງຄໍາແນະ
ນໍາ ການສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດ
ລ້ອມ, ເຕັກໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດ
ລ້ອມ. ໂຄງຮ່າງຄໍາແນະນໍາດັ່ງກ່າວ ແລະ ໄດ້ເປັນ
ເອກະພາບກັນບາງບັນຫາທີ່ພົ້ນເດັ່ນ ເຊິ່ງສາມາດສັງ
ລວມໄດ້ດັ່ງລຸ່ມນີ້:
•	 ຄວນປ່ຽນຊື່ຂອງຮ່າງຄໍາແນະນໍາ ໃຫ້ສັ້ນກະທັດ
ຮັດ ແລະ ມີເນື້ອໃນຄົບຖ້ວນ ຈາກໂຄງຮ່າງຄໍາແນະ
ນໍາ ການສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດ
ລ້ອມ, ເຕັກໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດ
ລ້ອມ ມາເປັນຮ່າງຄໍາແນະນໍາ ກ່ຽວກັບ ການສົ່ງເສີມ
ເຕັກໂນໂລຊີສິ່ງແວດລ້ອມ;
•	 ກອງປະຊຸມຄັ້ງນີ້ ຄວນຜ່ານສະເພາະແຕ່ຮ່າງ
ໂຄງຮ່າງຄໍາແນະນໍາ, ສ່ວນເນື້ອໃນ ແມ່ນສະເໜີໃຫ້
ທິມງານວິຊາການໄປປັບປຸງຄືນໃໝ່ ແລ້ວມານໍາສະ
ເໜີໃໝ່ໃນກອງປະຊຸມຄັ້ງໜ້າ;
•	 ຄວນສຶກສາຄົ້ນຄວ້າລະອຽດ ກ່ຽວກັບ ຄໍານິຍາມ
ຂອງເຕັກໂນໂລຊີສິ່ງແວດລ້ອມ; ຄວນອະທິບາຍຈະ
ແຈ້ງ ແລະ ເຂົ້າໃຈງ່າຍ ສໍາລັບ ຄໍາສັບທີ່ຈະນໍາໃຊ້ເຂົ້າ
ໃນຄໍາແນະນໍາດັ່ງກ່າວເຊັ່ນ:ຜູ້ຜະລິດ,ຜູ້ນໍາເຂົ້າແລະ
ຜູ້ຊົມໃຊ້;
•	 ຈຸດປະສົງຂອງຄໍາແນະນໍາຕ້ອງຊັດເຈນ,ຈະແຈ້ງ
ແລະ ສົ່ງເສີມເຂົ້າໃນການພັດທະນາເສດຖະກິດ-ສັງ
ຄົມ ໄປຕາມທິດສີຂຽວ ແລະ ສົ່ງເສີມຄຸນນະພາບສິ່ງ
ແວດລ້ອມ;
•	 ຄວນກໍານົດຈະແຈ້ງຂົງເຂດທີ່ຈະສົ່ງເສີມ ການ
ນໍາໃຊ້ເຕັກໂນໂລຊີສິ່ງແວດລ້ອມເຊັ່ນ: ກະສິກໍາ, ອຸດ
ສາຫະກໍາ, ຂົນສົ່ງ, ການບໍລິການ ແລະ ອື່ນໆທີ່ກ່ຽວ
3
ປະຊຸມ
ຂ້ອງ;
•	 ຮ່າງຄໍາແນະນໍາ ຄວນນໍາໃຊ້ໂຄງຮ່າງເປັນເອກະ
ພາບກັນກັບຄໍາແນະນໍາອື່ນໆທີ່ຮັບຮອງ ແລະ ປະ
ກາດໃຊ້ແລ້ວ.
•	 ຄວນກໍານົດລະອຽດ ກ່ຽວກັບ ຫຼັກການ ແລະ ວິທີ
ການສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດລ້ອມ.
•	 ຄວນກໍານົດຈະແຈ້ງຕົວຊີ້ວັດ (ອາກາດ, ດິນ, ນໍ້າ,
ສຽງ, ສຸຂະພາບ) ເພື່ອຫຼຸດຜ່ອນຜົນກະທົບທາງກົງ
ແລະ ທາງອ້ອມຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແຕ່ບໍ່
ກີດກັ້ນການພັດທະນາເສດຖະກິດ-ສັງຄົມ.
	 ໃນກອງປະຊຸມໄດ້ຂໍ້ສະຫຼຸບດັ່ງນີ້ ແມ່ນໃຫ້
ທິມງານວິຊາການສືບຕໍ່ປັບປຸງໂຄງຮ່າງຄໍາແນະນໍາ
ຕາມຄໍາເຫັນຂອງກອງປະຊຸມ, ໃຫ້ຄົ້ນຄວ້າເນື້ອໃນ
ປະກອບໃສ່ໂຄງຮ່າງຄໍາແນະນໍາໃຫ້ຄົບຖ້ວນ ແລະ
ເໝາະສົມ,ໃຫ້ຈັດກອງປະຊຸມເພື່ອຜ່ານຮ່າງຄໍາແນະ
ນໍາຄືນພາຍໃນ ກສສ ອີກເທື່ອໜຶ່ງ ກ່ອນຈະຈັດກອງ
ປະຊຸມ ຜ່ານຮ່າງຄໍາແນະນໍາດັ່ງກ່າວກັບກົມ, ກອງ,
ສະຖານບັນ ພາຍໃນ ກຊສ.
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
4
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ຄວາມຄືບໜ້້າຂອງການຊ່ວຍເຫຼືອ ດ້ານວິຊາການ
ແລະ ງົບປະມານ ຂອງໂຄງການ ProCEEd ໃຫ້ແກ່
ສະຖານີວິທະຍຸກະຈາຍສຽງ 5 ແຫ່ງ
	 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ (ກຊສ) ແລະ ໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (Pro-
CEEd) ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ສະໜັບສະໜູນງົບປະມານ ໃຫ້ແກ່ສະຖານີວິທະຍຸກະ
ຈາຍສຽງຢູ່ ສປປ ລາວ ຈຳນວນ 5 ສະຖານີ (1.ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, 2.ສະຖານີວິທະຍຸກະ
ຈາຍສຽງ ເມືອງບົວລະພາ ແຂວງຄຳມ່ວນ, 3.ສະຖານີວິທະຍຸກະຈາຍສຽງ ເມືອງທ່າແຂກ ແຂວງຄຳມ່ວນ,
4.ສະຖານີວິທະຍຸກະຈາຍສຽງ ເມືອງຫົວເມືອງ ແຂວງຫົວພັນ, 5.ສະຖານີວິທະຍຸກະຈາຍສຽງ ເມືອງ ຊຳເໜືອ
ແຂວງຫົວພັນ).
	 ຈາກຜົນການສໍາຫຼວດຂໍ້ມູນ ກ່ຽວກັບ ຄວາມຮູ້, ທັດສະນະຄະຕິ ແລະ ພຶດຕິກຳ ດ້ານສິ່ງແວດລ້ອມ
ຂອງໂຄງການ ProCEEd. ໃນປີ 2012 ເຫັນວ່າ ວິທະຍຸ ແລະ ໂທລະພາບ ແມ່ນເປັນແຫຼ່ງໃຫ້ຂໍ້ມູນຂ່າວສານ
ສະຖານີວິທະຍຸ ເມືອງ ທ່າແຂກ ສະຖານີວິທະຍຸ ເມືອງ ບົວລະພາ
ສະຖານີວິທະຍຸ ເມືອງ ຫົວເມືອງສະຖານີວິທະຍຸ ເມືອງ ຊຳເໜືອ
5
ປະຊຸມ
ທີ່ເຊື່ອຖືໄດ້ ແລະ ນໍາໃຊ້ກັນຫຼາຍທີ່ສຸດໃນປະເທດ ເພື່ອການຮຽນຮູ້ ກ່ຽວກັບ ສິ່ງແວດລ້ອມ. ພ້ອມກັນນີ້ການ
ກະຈາຍສຽງເປັນພາສາທ້ອງຖິ່ນ (ພາສາຊົນເຜົ່າ) ຍັງສາມາດເຮັດໃຫ້ລາຍການມີຄວາມໜ້າສົນໃຈຫຼາຍຂຶ້ນ
ແລະ ເຂົ້າໃຈງ່າຍຂຶ້ນ.
	 ໃນວັນທີ 7-11 ທັນວາ 2015 ທີ່ຜ່ານມາ ໄດ້ເລືອກເອົາ 5 ສະຖານີວິທະຍຸກະຈາຍສຽງ ເພື່ອມາຜະ
ລິດລາຍການວິທະຍຸກະຈາຍສຽງ “ເພື່ອສິ່ງແວດລ້ອມ” ໃນຮູບແບບໃໝ່ຄື: ວາລະສານວິທະຍຸ (ການນຳສະເໜີ
ຄວາມໝາຍ-ຄວາມສຳຄັນ, ການສຳພາດ, ສະປອດ (ລະຄອນສັນ) ປິດທ້າຍລາຍການ). ໃນປີ 2016 ທາງ
ໂຄງການໄດ້ໃຫ້ທາງວິທະຍຸ 5 ແຫ່ງ ຜະລິດລາຍການ ຈຳນວນ 20 ເລື່ອງ 60 ຕອນ ດັ່ງລຸ່ມນີ້:
ລ/ດ ເລື່ອງທີ່ຜະລິດ 3 ຕອນ/ເລື່ອງ
ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດ ນະຄອນຫຼວງ
1 ປ່າໄມ້ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ
ຄຸນປະໂຫຍດຂອງປ່າ
ສະຖານະພາບຂອງປ່າໃນລາວ ປະຈຸບັນ
ພວກເຮົາກຳລັງເຮັດຫຍັງ ເພື່ອຄຸ້ມຄອງປ່າໄມ້
2 ສຽງຄວນຈາກສັດປ່າ
ຄວາມຫຼາກຫຼາຍຂອງສັດປ່າ ໃນ ສປປ ລາວ
ສາເຫດທີ່ເຮັດໃຫ້ຈຳນວນປະຊາກອນສັດປ່າຫຼຸດລົງ ແລະ
ຜົນກະທົບຈາກຈຳນວນປະຊາກອນສັດປ່າຫຼຸດລົງ
ການນຳໃຊ້ສັດປ່າແບບຍືນຍົງ
3 ຊີວະນາໆພັນ
ຊີວະນາໆພັນກັບຊີວິດປະຈຳວັນຂອງຄົນເຮົາ
ຜົນຮ້າຍຈາກການສູນເສຍຊີວະນາໆພັນໃນ ສປປ ລາວ
ການເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງຊີວະນາໆພັນ
ໃນ ສປປ ລາວ ໃຫ້ມີຄວາມຍືນຍົງ
4 ຊີວິດ ແລະ ການປ່ຽນແປງດິນຟ້າອາກາດ
ດິນຟ້າອາກາດຢູ່ໃນ ສປປ ລາວ ໄດ້ມີການປ່ຽນແປງບໍ່
ຜົນຮ້າຍຈາກການປ່ຽນແປງດິນຟ້າອາກາດ
ວິທີການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ
ສະຖານີວິທະຍຸກະຈາຍສຽງ ເມືອງທ່າແຂກ ແຂວງຄຳມ່ວນ
5 ການຄຸ້ມຄອງປ່າສະຫງວນແບບມີສ່ວນຮ່ວມ
ເປັນຫຍັງປະຊາຊົນລາວທຸກຄົນຄວນມີສ່ວນຮ່ວມໃນການ
ຄຸ້ມຄອງປ່າສະຫງວນ
ບັນຫາທີ່ເກີດຂື້ນຢູ່ປ່າສະຫງວນ
ການຮ່ວມມື້ກັນຄຸ້ມຄອງປ່າສະຫງວນ ແຫ່ງຊາດ
6 ການອະນຸລັກຊີວະນາໆພັນ
ພວກເຮົາຕ້ອງການຄວາມຫຼາກຫຼາຍຂອງຊີວະນາໆພັນ
ຜົນກະທົບຈາກການສູນເສຍທາງດ້ານຊະນິດພັນ
ການອະນຸລັກຊີວະນາໆພັນ
7 ຊີວິດພົວພັນກັບການປ່ຽນແປງດິນຟ້າອາກາດ
ການປ່ຽນແປງຂອງດິນຟ້າອາກາດ
ຜົນກະທົບທາງລົບຈາກການປ່ຽນແປງດິນຟ້າອາກາດ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
6
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ການປັບຕົວຂອງປະຊາຊົນ ແຂວງຄຳມ່ວນ ຕໍ່ກັບການປ່ຽນ
ແປງດິນຟ້າອາກາດ
8 ສິ່ງທີ່ຫຼົງເຫຼືອຢູ່ປ່າ
ສັດປ່າຢູ່ແຂວງຄຳມ່ວນຍັງອຸດົມສົມບູນຢູ່ບໍ
ສິ່ງທີມີຊີວິດຢູ່ປ່າບໍ່ມີວັນໝົດເປັນ
ຊ່ວຍໃຫ້ສິ່ງທີ່ມີຊີວິດຄົງຢູ່ໃນທຳມະຊາດ
ສະຖານີວິທະຍຸກະຈາຍສຽງ ເມືອງບົວລະພາ ແຂວງຄຳມ່ວນ
9 ປ່າໄມ້ໃນເມືອງເຮົາ
ຄຸນປະໂຫຍດຂອງປ່າໄມ້
ຜົນຮ້າຍຈາກການຕັດໄມ້ທຳລາຍປ່າ
ການຄຸ້ມຄອງປ່າແບບມີສ່ວນຮ່ວມ
10 ການປ່ຽນແປງດິນຟ້າອາກາດໃນເມືອງເຮົາ
ອາກາດໃນເມືອງເຮົາ
ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ
ການປັບຕົວຂອງປະຊາຊົນຕໍ່ກັບການປ່ຽນແປງດິນຟ້າອາ
ກາດໃນເມືອງບົວລະພາ
11 ຄວາມຫຼາກຫຼາຍຂອງຊີວະນາໆພັນ
ຄວາມຫຼາກຫຼາຍຂອງຊີວະນາໆພັນ
ຜົນຮ້າຍຈາກການລ່າຂາແດງສັດປ່າທີ່ໃກ້ຈະສູນພັນ
ການຄຸ້ມຄອງຊີວະນາໆພັນ
12 ສິ່ງທີ່ມີຊີວິດໃນປ່າ
ຄຸນປະໂຫຍດຂອງສັດປ່າ
ສາເຫດ ແລະ ຜົນກະທົບຈາກການຊື້-ຂາຍສັດປ່າ
ການອະນຸລັກສັດປ່າພາຍໃນເມືອງບົວລະພາ
ສະຖານີວິທະຍຸກະຈາຍສຽງ ເມືອງຊຳເໜືອ ແຂວງຫົວພັນ
13
ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ແບບມີ
ສ່ວນຮ່ວມ
ພວກເຮົາຈຳເປັນຕ້ອງມີປ່າສະຫງວນ ແຫ່ງຊາດບໍ່
ປ່າສະຫງວນ ແຫ່ງຊາດ ກັບກິດຈະກຳຂອງຄົນເຮົາ
ກິດຈະກຳການຄຸ້ມຄອງປ່າສະຫງວນ ແຫ່ງຊາດ
14 ການອະນຸລັກສິ່ງທີ່ມີຊີວິດໃນປ່າ
ຄວາມສຳຄັນຂອງສິ່ງທີ່ມີຊີວິດໃນປ່າຕໍ່ຄົນຫົວພັນ
ກິດຈະກຳຫຼັກທີ່ເຮັດໃຫ້ສິ່ງທີ່ມີຊີວິດໃນປ່າຫຼຸດລົງ
ພວກເຮົາຈະອະນຸລັກສິ່ງທີ່ມີຊີວິດໃນປ່າໄດ້ແນວໃດ
15 ການປ່ຽນແປງຂອງດິນຟ້າອາກາດ
ການປ່ຽນແປງຂອງດິນຟ້າອາກາດແມ່ນຫຍັງ
ຜົນເສຍຫາຍຂອງການປ່ຽນແປງດິນຟ້າອາກາດ
ການປັບຕົວຂອງຄົນກັບການປ່ຽນແປງດິນຟ້າອາກາດ
16 ຄົນວຽງໄຊກັບຊີວະນາໆພັນ
ເມືອງວຽງໄຊອຸດົມສົມບູນໄປດ້ວຍຊີວະນາໆພັນ
ສາເຫດທີ່ເຮັດໃຫ້ຊີວະນາໆພັນສູນເສຍຢູ່ເມືອງວຽງໄຊ
ຄົນວຽງໄຊຄວນມີສ່ວນຮ່ວມໃນການອະນຸລັກຊີວະນາໆ
ພັນ
ສະຖານີວິທະຍຸກະຈາຍສຽງ ເມືອງຫົວເມືອງ ແຂວງຫົວພັນ
7
ປະຊຸມ
17 ຊີວິດສົດໃສໄປກັບປ່າສະຫງວນ ແຫ່ງຊາດ
ຜົນປະໂຫຍດຂອງປ່າສະຫງວນ ແຫ່ງຊາດ ຕໍ່ຊີວິດປະຊາ
ຊົນ
ຜົນຮ້າຍຈາກການປຸກລຸກເຂດປ່າສະຫງວນ ແຫ່ງຊາດ
ວີທີແກ້ໄຂການບຸກລຸກເຂດປ່າສະຫງວນ
18 ຊີວະນາໆພັນ ເພື່ອອະນາຄົດ
ຄວາມສຳຄັນຂອງຊີວະນາໆພັນຕໍ່ກັບປະຊາຊົນ ເມືອງຫົວ
ເມືອງ
ສາເຫດຂອງການສູນເສຍຊີວະນາໆພັນ
ຄວາມເປັນເຈົ້າການຕໍ່ຊີວະນາໆພັນ
19 ການປ່ຽນແປງດິນຟ້າອາກາດ
ດິນຟ້າອາກາດປ່ຽນແປງຢູ່ ເມືອງຫົວເມືອງ
ຜົນກະທົບຈາກດິນຟ້າອາກາດປ່ຽນແປງຢູ່ ເມືອງຫົວເມືອງ
ການປັບຕົວຂອງປະຊາຊົນເມືອງຫົວເມືອງຕໍ່ກັບຜົນກະທົບ
ຈາກການປ່ຽນແປງດິນຟ້າອາກາດ
20 ມະນຸດເພື່ອນຂອງສັດ
ຄຸນຄ່າຂອງສັດປ່າຕໍ່ປະຊາຊົນ ເມືອງຫົວເມືອງ
ຜົນຮ້າຍຂອງການລ່າສັດປ່າແບບຜິດກົດໝາຍ
ວິທີແກ້ໄຂການລ່າສັດປ່າແບບຜິດກົດໝາຍ
ໝາຍເຫດ:ລາຍການຜະລິດຂອງສະຖານີວິທະຍຸກະຈາຍສຽງ5ແຫ່ງແມ່ນໃນປະຈຸບັນສຳເລັດໄປແລ້ວ90%
ຄາດຫວັງວ່າຈະໃຫ້ສຳເລັດໃນທ້າຍເດືອນ ມັງກອນ ປີ 2017
ຕາຕະລາງວັນ/ເວລາອອກອາກາດແຕ່ລະສະຖານີວິທະຍຸກະຈາຍສຽງ
ລ / ດ ສະຖານີວິທະຍຸກະຈາຍສຽງ ວັນ/ເວລາອອກອາກາດ
1
ສະຖານີວິທະຍຸກະຈາຍສຽງ
ແຫ່ງຊາດ
ໃນວັນຈັນ ເວລາ 8:00-8:30 ນາທີ
FM 95.5 Mhz
2
ສະຖານີວິທະຍຸກະຈາຍສຽງ
ເມືອງບົວລະພາ
ໃນວັນຈັນ-ວັນສຸກ ເວລາ 7:15-7:30
FM 102 Mhz
3
ສະຖານີວິທະຍຸກະຈາຍສຽງ
ເມືອງທ່າແຂກ
ໃນວັນເສົາ-ວັນທິດ ເວລາ 9:00-9:30 ແລະ 18:00-18:30 ນາທີ
FM 95.5 Mhz
4
ສະຖານີວິທະຍຸກະຈາຍສຽງ
ເມືອງຫົວເມືອງ
ໃນວັນສຸກ ເວລາ 17:00-17:15 ນາທີ
FM 95.5 Mhz
5
ສະຖານີວິທະຍຸກະຈາຍສຽງ
ເມືອງຊຳເໜືອ
ພາສາລາວ ໃນວັນພະຫັດ ເວລາ 16:45-17:00 ນາທີ
ພາສາກຶມມຸ ໃນວັນພະຫັດ ເວລາ 18:15-18:30 ນາທີ
ພາສາມົ້ງ ໃນວັນເສົາ ເວລາ 17:45-18:00 ນາທີ
FM 95.5 Mhz
	 ນອກຈາກນີ້ໂຄງການ proCEEd ຍັງໄດ້ໃຫ້ການສະໜັບສະໜູນ ສະຖານີໂທລະພາບ ແຫ່ງຊາດ
ໃນການຜະລິດລາຍການ “ເພື່ອສິ່ງແວດລ້ອມ”
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
8
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ກອງປະຊຸມປຶກສາຫາລື ຮ່າງ ລັດຖະບັນຍັດ
ວ່າດ້ວຍ ຄ່າອາກອນສິ່ງແວດລ້ອມ ສຳລັບ
ການປ່ອຍນຳ້ເປື້ອນຈາກໂຮງງານອຸດສາ
ຫະກຳ
9
ປະຊຸມ
ໃນວັນທີ 27 ຕຸລາ 2016, ພະແນກຄຸມຄອງສິ່ງແວດລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ)
ໄດ້ຈັດກອງປະຊຸມປຶກສາຫາລືຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໂລນຄຳ ອາດສະ
ນາວົງ, ຮັກສາການຫົວໜ້າກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ມີແຂກເຂົ້າຮ່ວມທັງໝົດ 24 ທ່ານ
ມາຈາກພາກສ່ວນກ່ຽວຂ້ອງພາຍໃນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາຜູ້ຕາງ
ໜ້າຈາກຂະແໜງການກ່ຽວຂ້ອງ (ກະຊວງ ການເງິນ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພະນັກງານ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ).
	 ປະທານກອງປະຊຸມໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວຽກງານປົກປັກຮັກສາສິ່ງແວດ
ລ້ອມ ເປັນຕົ້ນ ການເພີ່ມທະວີວຽກງານສ້າງກົນໄກຕ່າງໆພາຍໃຕ້ ກົດໝາຍ ວ່າດ້ວຍ ປົກປັກຮັກສາສິ່ງແວດ
ລ້ອມ (ສະບັບປັບປຸງ) ໃຫ້ເຂັ້ມແຂງ ເພື່ອປ້ອງກັນ ແລະ ແກ້ໄຂ ບັນຫາສິ່ງແວດລ້ອມ. ກອງປະຊຸມນີ້ ແມ່ນມີ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
10
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ຄວາມສຳຄັນໃນການປຶກສາຫາລື ແລະ ປະກອບຄຳ
ຄິດຄຳເຫັນໃສ່ ຮ່າງລັດຖະບັນຍັດ ອາກອນສິ່ງແວດ
ລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານອຸດ
ສາຫະກຳ ແລະ ເພື່ອຄວາມເປັນເອກະພາບກັນ ໃນ
ການກຳນົດວິທີການຄິດໄລ່, ການເກັບ ແລະ ການຄຸ້ມ
ຄອງ ອັດຕາອາກອນສິ່ງແວດລ້ອມ. ເຊິ່ງເປັນເຄື່ອງ
ມືໜຶ່ງທີ່ສຳຄັນ ໃນການປ່ຽນແປງພຶດຕິກຳການປ່ອຍ
ມົນລະພິດລົງສູ່ສິ່ງແວດລ້ອມ ແລະ ທັງເປັນການສ້າງ
ແຫຼ່ງລາຍຮັບໜຶ່ງທີ່ເປັນລາຍຮັບຂອງລັດ ເພື່ອການບູ
ລະນະຟຶ້ນຟູ, ປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດ
ລ້ອມ.
	 ກອງປະຊຸມປຶກສາຫາລື ແລະ ປະກອບຄຳ
ຄິດຄຳເຫັນໃສ່ ຮ່າງລັດຖະບັນຍັດ ວ່າດ້ວຍ ອາກອນ
ສິ່ງແວດລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງ
ງານອຸດສາຫະກຳ ໄດ້ເຫັນດີຕົກລົງເປັນເອກະພາບ
ກັນ ແລະ ມີຂໍ້ສະເໜີຕ່າງໆ ດັ່ງນີ້:
1.	 ກອງປະຊຸມ ຕົກລົງເຫັນດີ ຊື່ລັດຖະບັນຍັດ ໃຫ້
ເປັນ ລັດຖະບັນຍັດ ວ່າດ້ວຍ ຄ່າອາກອນສິ່ງແວດ
ລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານອຸດ
ສາຫະກຳ.
2.	 ສະເໜີປັບປຸງບາງມາດຕາຄື: ມາດຕາ 2 ອັດຕາ
ການປ່ອຍນຳ້ເປື້ອນ ຊຶ່ງແມ່ນນຳ້ເປື້ອນທີ່ປ່ອຍອອກ
ໄດ້ມາດຕະຖານສິ່ງແວດລ້ອມແຫ່ງຊາດ ແລະ ມາດ
ຕາ 4 ຫຼັກການ ເພື່ອໃຫ້ມີຄວາມແທດເໝາະ ແລະ
ເຂົ້າໃຈຢ່າງຈະແຈ້ງຂຶ້ນຕື່ມ, ມາດຕາ 9 ຄວາມຖີ່ໃນ
ການສຸ່ມຕົວຢ່າງ ຂອງການປ່ອຍນຳ້ເປື້ອນ.
3.	 ໄດ້ປັບປຸງບາງຄຳສັບຂອງ ຮ່າງລັດຖະບັນຍັດ
ເພື່ອໃຫ້ມີເນື້ອໃນກະທັດຮັດ ແລະ ຊັດເຈນກວ່າເກົ່າ.
4.	 ກອງປະຊຸມເຫັນດີ ຕໍ່ການກຳນົດຄ່າການປ່ອຍ
ນຳ້ເປື້ອນ ໂດຍບໍ່ມີໂລຫະໜັກ ແລະ ມີໂລຫະໜັກ
ຢ່າງໜ້ອຍ 1 ຢ່າງ ທີ່ໂຮງງານຕ້ອງເສຍແບບຄົງທີ່.
11
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
12
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
	 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມໄດ້ຈັດ
ຕັ້ງປະຕິບັດ ໂຄງການ ປັບຕົວເຂົ້າກັບການປ່ຽນແປງ
ດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່
ສປປ ລາວ (Climate Change Adaptation in
Wetland Area in Lao PDR (CAWA)) ເຊິ່ງ
ໂຄງການດັ່ງກ່າວ ແມ່ນໂຄງການ ຮ່ວມມື ລະຫວ່າງ
ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໃນນາມກອງ
ເລຂາຄະນະຊີ້ນຳລະດັບຊາດໃນການຄຸ້ມຄອງເຂດ
ດິນບໍລິເວນນຳ້ຣາມຊາ ຢູ່ ສປປ ລາວ (ເຂດດິນບໍລິ
ເວນນຳ້ຣາມຊາ ເຊຈຳພອນ ແຂວງ ສະຫວັນນະເຂດ
ແລະ ເຂດດິນບໍລິເວນນຳ້ຣາມຊາ ບຶງກຽດໂງ້ງ ແຂວງ
ຈຳປາສັກ) ທັງເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດ
ໂຄງການດັ່ງກ່າວ ຮ່ວມກັບ ອົງການອາຫານ ແລະ
ການກະເສດ (FAO), ອົງການສາກົນ ເພື່ອການອະນຸ
ລັກ (IUCN) ໃນການຈັດຕັ້ງປະຕິບັດໂຄງການ.
1.	 ການຈັດຕັ້ງວຽກງານຜ່ານມາ:
•	 ສຳເລັດ ການແຕ່ງຕັ້ງ ບຸກຄົນເຂົ້າໃນ ຄະນະຊີ້ນຳ
ແລະ ຄຸ້ມຄອງໂຄງການ ປັບຕົວເຂົ້າກັບການປ່ຽນ
ແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ
ຢູ່ ສປປ ລາວ (CAWA).
•	 ໄດ້ປະກອບ ຊ່ຽວຊານ, ບຸກຄະລາກອນ ເຂົ້າໃນ
ການຈັດຕັ້ງປະຕິບັດໂຄງການສຳເລັດ ຕາມຂໍ້ມູນ
ເອກະສານໂຄງການ, ຫ້ອງການໂຄງການ ແລະ ອຸປະ
ກອນຮັບໃຊ້ຫ້ອງການ ຂັ້ນສູນກາງ ແລະ ທ້ອງຖິ່ນ.
•	 ຄະນະຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ
ຂັ້ນສູນກາງ ໄດ້ລົງເຄື່ອນໄຫວປຶກສາຫາລື ຮ່ວມກັບ
ຂັ້ນທ້ອງຖິ່ນ ໃນການເກັບກຳຂໍ້ມູນພື້ນຖານ ແລະ ສະ
ພາບພື້ນທີ່ ໃນເຂດດິນບໍລິເວນນໍ້າດັ່ງກ່າວ ເພື່ອປະ
ກອບເຂົ້າແຜນວຽກລະອຽດຂອງໂຄງການ ໃນປີທີ 1
2, 3 ແລະ ປີທີ 4 (ເຂດດິນບໍລິເວນນຳ້ຣາມຊາ ເຊຈຳ
ພອນແຂວງສະຫວັນນະເຂດປະກອບດ້ວຍ15ບ້ານ
ເປົ້າໝາຍ ແລະ ເຂດດິນບໍລິເວນນຳ້ ຣາມຊາ ບຶງກຽດ
ຄວາມຄືບໜ້າ ການຈັດຕັ້ງປະ
ກັບການປ່ຽນແປງດິນຟ້າອາກ
ຣາມຊາຢູ່ ສປປ ລາວ (CAW
13
ປະຊຸມ
ະຕິບັດ ໂຄງການ ປັບຕົວເຂົ້າ
ກາດ ໃນເຂດດິນບໍລິເວນນໍ້າ
WA Project)
ໂງ້ງ ແຂວງ ຈຳປາສັກ ປະກອບ ດ້ວຍ 8 ໝູ່ບ້ານ).
•	 ລົງສຶກສາ ແລະ ຖອນຖອນບົດຮຽນ ການຈັດຕັ້ງ
ປະຕິບັດໂຄງການທີ່ຄ້າຍຄືກັນທີ່ເມືອງໄຊບູລີແຂວງ
ສະຫວັນນະເຂດ “ໂຄງການຫຼຸດຜ່ອນຄວາມສ່ຽງໄພ
ພິບັດ ຂະແໜງ ກະສິກຳ” ເພື່ອກຳນົດເປັນບ້ານທົດ
ລອງ ໃນການຈັດຕັ້ງປະຕິບັດໂຄງການ.
•	 ສຳເລັດ ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດ
ໂຄງການຂັ້ນສູນກາງ ໃນວັນທີ 13 ກັນຍາ 2016 ທີ່
ໂຮງແຮມເມີກ້ຽວ(Mercure),ນະຄອນຫຼວງວຽງຈັນ,
ໂດຍການເຂົ້າຮ່ວມ ຜູ້ຕາງໜ້າຈາກກົມ, ກອງ ອ້ອມ
ຂ້າງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ
ແວດລ້ອມ, ຜູ້ຕາງໜ້າຈາກກະຊວງ ກະສິກໍາ ແລະ
ປ່າໄມ້, ກະຊວງ ແຜນການ ແລະ ການລົງທຶນ, ກະ
ຊວງ ການເງິນ, ພະແນກ ຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ປ່າ
ໄມ້ ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ,
ຜູ້ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ
(FAO), ອົງການສາກົນ ເພື່ອການອະນຸລັກທໍາມະ
ຊາດ (IUCN), ທະນາຄານໂລກ (World Bank)
ແລະ ອົງການ ສາກົນຕ່າງໆ ເຂົ້າຮ່ວມ.
•	 ສຳເລັດ ກອງປະຊຸມ ລິເລີມໂຄງການດັ່ງກ່າວຂັ້ນ
ທ້ອງຖິ່ນທີ່ ແຂວງ ສະຫວັນນະເຂດ ໃນວັນທີ 20
ກັນຍາ 2016 ທີ່ໂຮງແຮມ ຮຸ່ງທິບ, ແຂວງ ສະຫວັນ
ນະເຂດ ໂດຍການເຂົ້າຮ່ວມ ຂອງຄະນະຊີ້ນຳ ແລະ
ຄຸ້ມຄອງໂຄງການຂັ້ນທ້ອງຖິ່ນ ແຂວງ ສະຫວັນນະ
ເຂດ ແລະ ແຂວງຈຳປາສັກ.
2.	 ວຽກງານໃນຕໍ່ໜ້າ:
	 ສືບຕໍ່ຈັດຕັ້ງປະຕິບັດໂຄງການຕາມແຜນກິດ
ຈະກຳ ທີ່ໄດ້ກຳນົດໄວ້ໃນເອກະສານໂຄງການ, ຈາກ
ການລົງພື້ນທີ່ຕົວຈິງ ແລະ ຈາກການປຶກສາຫາລື ໃນ
ກອງປະຊຸມລິເລີ່ມໂຄງການ ຂັ້ນສູນກາງ ແລະ ທ້ອງ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
14
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ຖິ່ນ ເຊິ່ງກິດຈະກຳໃນປີທີ 1 ປະກອບດ້ວຍກິດຈະກຳ
ຫຼັກໆດັ່ງນີ້:
•	 ສ້າງເຄື່ອງມືທົດລອງ ໃນການປະເມີນຄວາມສ່ຽງ
ໄພພິບັດຈາກການປ່ຽນແປງດິນຟ້າອາກາດ;
•	 ຈັດຝຶກອົບຮົມ ກ່ຽວກັບ ການປັບຕົວເຂົ້າກັບການ
ປ່ຽນແປງດິນຟ້າອາກາດ ແລະ ການປະເມີນຄວາມ
ສ່ຽງຈາກໄພພິບັດ;
•	 ດຳເນີນການປະເມີນຄວາມສ່ຽງຈາກໄພພິບັດ
ຢູ່ 2 ເຂດດິນບໍລິເວນນໍ້າຣາມຊາ: ເຊຈຳພອນ ແລະ
ບຶງກຽດໂງ້ງ;
•	 ສຶກສາຜົນກະທົບຈາກການປ່ຽນແປງດິນຟ້າອາ
ກາດ ຢູ່ໃນ 2 ເຂດດິນບໍລິເວນນໍ້າຣາມຊາ;
•	 ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍ
ລິເວນນໍ້າຣາມຊາ ແລະ ການບໍລິຫານຈັດການ ໃນ
ການນຳໃຊ້ຊັບພະຍາກອນທຳມະຊາດ;
•	 ການລົງທຶນໂດຍກົງຕໍ່ກັບຍຸດທະສາດໃນການ
ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.
15
ປະຊຸມ
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
ພະນັກງານເມືອງ, ແຂວງ ຂອງ 3 ແຂວງ ເປົ່າໝາຍ
ໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດໃນ
“ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ”
	 ເພື່ອປົກປັກຮັກສາຊີວະນາໆພັນ ແລະ ລະບົບນິເວດຂອງພວກມັນໃຫ້ອຸດົມສົມບູນ ເພື່ອຮັບປະກັນ
ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການສຳລັບຄົນລຸ້ນໃນປະຈຸບັນແລະລຸ້ນຕໍ່ໄປ.ພະແນກສົ່ງ
ເສີມສິ່ງແວດລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ (ກຊສ) ໄດ້ລົງເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ
16
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
17ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ພາຍໃຕ້ຫົວຂໍ້: ‘‘ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ’’ ເລີ່ມແຕ່ວັນທີ 26 ກັນຍາ - 23 ທັນວາ
ປີ 2016 ໃນ 6 ເມືອງ 3 ແຂວງ (ເມືອງ ຊຳເໜືອ, ເມືອງ ຫົວເມືອງ ແຂວງ ຫົວພັນ. ເມືອງ ໄຊຍະບູລີ,
ເມືອງ ພຽງ ແຂວງ ໄຊຍະບູລີ. ແລະ ເມືອງ ທ່າແຂກ, ເມືອງ ບົວລະພາ ແຂວງ ຄຳມ່ວນ). ໂດຍໄດ້ຮັບການ
ສະໜັບສະໜູນ ຂອງໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
(ProCEEd).
•	 ເມືອງຊຳເໜືອ ແລະ ເມືອງຫົວເມືອງ ແຂວງ ຫົວພັນ
	 ໃນວັນທີ 26-30 ກັນຍາ 2016 ໄດ້ລົງເຮັດກິດຈະກຳຄັ້ງນີ້ ເພື່ອສ້າງຈິດສຳນຶກ ແລະ ແລກປ່ຽນ
ຂໍ້ມູນຂ່າວສານ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ, ເພື່ອໃຫ້ຮູ້ເຖິງປະໂຫຍດ, ໄພຂົ່ມຂູ່
ແລະ ລະບຽບກົດໝາຍ ໃນການຄຸ້ມຄອງສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ. ມີພະນັກງານລັດທີ່ມາຈາກຫ້ອງ
ການ, ພະແນກຕ່າງໆອ້ອມຂ້າງເທດສະບານເມືອງ ແລະ ແຂວງ. (ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວ
ວັດທະນະທຳ ທ່ອງທ່ຽວ, ໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,
ເຫດການ
ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່,
ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ຫ້ອງວ່າການປົກຄອງ, ສະຫະພັນແມ່ຍິງ,
ຊາວໜຸ່ມ, ກຳມະບານ, ແນວລາວສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບ (ປກສ), ກອງກຳລັງປ້ອງ
ກັນປະເທດ (ປກຊ))
	 ການລົງເຮັດກິດຈະກຳ ກ່ຽວກັບ ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ, ແມ່ນມີຜູ້ເຂົ້າຮ່ວມ
ທັງໝົດ 137 ທ່ານ ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າຮ່ວມເພີ່ມຂຶ້ນໃນເມື່ອກ່ອນ 26 ທ່ານ ຈາກກິດຈະກຳໃນວັນທີ
23-27 ພຶດສະພາ 2016.
18
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
19ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
•	 ເມືອງ ໄຊຍະບູລີ ແລະ ເມືອງ ພຽງ ແຂວງ ໄຊຍະບູລີ
	 ໃນວັນທີ 24-28 ຕຸລາ 2016 ໄດ້ລົງເຮັດກິດຈະກຳຄັ້ງນີ້ ເພື່ອສ້າງຈິດສຳນຶກ ແລະ ແລກປ່ຽນຂໍ້ມູນ
ຂ່າວສານ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ, ເພື່ອໃຫ້ຮູ້ເຖິງປະໂຫຍດ, ໄພຂົ່ມຂູ່ ແລະ
ລະບຽບກົດໝາຍ ໃນການຄຸ້ມຄອງສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ. ມີພະນັກງານລັດທີ່ມາຈາກຫ້ອງການ,
ພະແນກຕ່າງໆອ້ອມຂ້າງເທດສະບານເມືອງ ແລະ ແຂວງ. (ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວວັດທະ
ນະທຳ ທ່ອງທ່ຽວ, ໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະສິກຳ
ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່, ສາທາລະ
ນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ຫ້ອງວ່າການປົກຄອງ, ສະຫະພັນແມ່ຍິງ, ຊາວໜຸ່ມ,
ກຳມະບານ, ແນວລາວສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບ (ປກສ), ກອງກຳລັງປ້ອງກັນປະເທດ
(ປກຊ))
	
	 ການລົງເຮັດກິດຈະກຳ ກ່ຽວກັບ ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ, ແມ່ນມີຜູ້ເຂົ້າຮ່ວມ
ທັງໝົດ 188 ທ່ານ ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າຮ່ວມເພີ່ມຂຶ້ນໃນເມື່ອກ່ອນ 13 ທ່ານ ຈາກກິດຈະກຳໃນວັນທີ
14-18 ມີນາ 2016.
ເຫດການ
•	 ເມືອງທ່າແຂກ ແລະ ເມືອງບົວລະພາ ແຂວງ ຄຳມ່ວນ
	 ໃນວັນທີ 19-32 ທັນວາ 2016 ໄດ້ລົງເຮັດກິດຈະກຳຄັ້ງນີ້ ເພື່ອສ້າງຈິດສຳນຶກ ແລະ ແລກປ່ຽນຂໍ້ມູນ
ຂ່າວສານ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ, ເພື່ອໃຫ້ຮູ້ເຖິງປະໂຫຍດ, ໄພຂົ່ມຂູ່ ແລະ
ລະບຽບກົດໝາຍ ໃນການຄຸ້ມຄອງສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ. ມີພະນັກງານລັດທີ່ມາຈາກຫ້ອງການ,
ພະແນກຕ່າງໆອ້ອມຂ້າງເທດສະບານເມືອງ ແລະ ແຂວງ. (ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວວັດທະ
ນະທຳ ທ່ອງທ່ຽວ, ໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະສິກຳ
ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່, ສາທາ
ລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ຫ້ອງວ່າການປົກຄອງ, ສະຫະພັນແມ່ຍິງ, ຊາວຫນຸ່ມ,
ກຳມະບານ, ແນວລາວສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບ (ປກສ), ກອງກຳລັງປ້ອງກັນປະເທດ
(ປກຊ)).
	 ການລົງເຮັດກິດຈະກຳ ກ່ຽວກັບ ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ, ແມ່ນມີຜູ້ເຂົ້າຮ່ວມ
ທັງໝົດ 137 ທ່ານ ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າຮ່ວມເພີ່ມຂຶ້ນໃນເມື່ອກ່ອນ 26 ທ່ານ ຈາກກິດຈະກຳໃນວັນທີ
25-29 ເມສາ 2016.
20
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
21ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
	 ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກຄື: ພາກເຊົ້າ ເລີ່ມແຕ່ 8:30-12:00 ໂມງ ແລະ
ພາກບ່າຍ ເລີ່ມແຕ່ 14:00-16:00 ໂມງ ໂດຍນຳໃຊ້ວິທີການດັ່ງນິ້:
•	 ທົບທວນກິດຈະກຳເກົ່າທີ່ເຄື່ອນໄຫວໃນເທື່ອກ່ອນ.
•	 ຫຼິ້ນເກມຕໍ່ພາບ (ເກມຈິກຊໍ) ເພື່ອເຊື່ອມໂຍງເຂົ້າກິດຈະກຳຕໍ່ໄປຄື 10 ຄວາມຈິງ ໃນການອະນຸລັກສິ່ງ
ທີ່ມີຊີວິດໃນປ່າຢູ່ ສປປ ລາວ ໂດຍໄດ້ແບ່ງຜູ້ເຂົ້າຮ່ວມອອກເປັນ 2 ກຸ່ມຄື ກຸ່ມທີ 1 ຈະຕໍ່ເລກຄິກແຕ່ 1,3,
5,7,9 ແລະ ກຸ່ມທີ 2 ຈະຕໍ່ເລກຄູ່ແຕ່ 2,4,6,8,10 ຈາກນັ້ນໃຫ້ຜູ້ເຂົ້າຮ່ວມອະທິບາຍ ກ່ຽວກັບ ພາບທີ່
ຕົນຕໍ່.
ເຫດການ
•	 ນຳສະເໜີ ໂຟສເຕີ້ 10 ຄວາມຈິງ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ (1. ສິ່ງທີ່ມີ
ຊີວິດໃນປ່າ ໝາຍເຖິງ ສັດ ແລະ ພືດ ທີ່ເກີດຂຶ້ນຕາມທຳມະຊາດ (ບໍ່ໄດ້ລ້ຽງ ຫຼື ປູກເອົາ). 2. ປະເທດລາວ
ເປັນທີ່ຢູ່ອາໃສໃຫ້ແກ່ສັດປ່າຫຼາກຫຼາຍຊະນິດ. 3. ຄົນລາວປົກປັກຮັກສາສິ່ງທີ່ມີຊີວິດໃນປ່າ ຍ້ອນເຫດຜົນ
ຫຼາຍປະການ. 4. ສິ່ງທີ່ມີຊີວິດໃນປ່າຂອງປະເທດລາວ ກຳລັງຕົກຢູ່ໃນອັນຕະລາຍ. 5. ການຄ້າຂາຍສິ່ງທີ່ມີ
ຊີວິດຢູ່ໃນປ່າ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດຫຼາຍຊະນິດ. 6. ການສູນເສຍສິ່ງທີ່ມີຊີວິດໃນ
ປ່າມີຜົນກະທົບຕໍ່ການດຳລົງຊີວິດຂອງຄົນ. 7. ການລ່າສັດປ່າແບບບໍ່ຍືນຍົງ ເຮັດໃຫ້ລະບົບນິເວດບໍ່ມີຄວາມ
ສົມດູນ. 8. ການລ່າ ແລະ ຄ້າຂາຍ ສິ່ງທີ່ມີຊີວິດໃນປ່າ ແມ່ນຖືກຄວບຄຸມດ້ວຍກົດໝາຍ ແລະ ລະບຽບ
ການ. 9. ການອະນຸລັກສິ່ງທີ່ມີຊີວິດໃນປ່າ ແມ່ນອີງໃສ່ການປົກປັກຮັກສາທີ່ຢູ່ອາໄສ. 10. ກົດລະບຽບທີ່ເຂັ້ມ
ແຂງ ສາມາດປົກປ້ອງ ສິ່ງທີ່ມີຊີວິດໃນປ່າໄດ້). ຫຼັງຈາກນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດ
ຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ.
22
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
23ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
•	 ການຫຼິ້ນເກມ: ຄວາມຈຳ (ເກມຈັບຄູ່) ໂດຍໃຫ້ຜູ້ເຂົ້າຮ່ວມຈັບພາບຂຶ້ນມາຄົນລະ 2 ພາບ ໃຫ້ໄດ້ຮູບພາບ
ທີ່ຄືກັນເທື່ອລະຄົນ ເມື່ອຜູ້ເຂົ້າຮ່ວມຈັບໄດ້ພາບເຂົ້າຄູ່ກັນແລ້ວ ແມ່ນຈະອະທິບາຍ ກ່ຽວກັບ ພາບ (ລັກສະນະ
ຂອງສັດປ່າ, ສະຖານທີ່ພົບ ແລະ ສັດດັ່ງກ່າວຕົກຢູ່ໃນບັນຊີໃດຂອງສັດນ້ຳ-ສັດປ່າ).
•	 ປິດທ້າຍດ້ວຍການສະແດງລະຄອນສັນທີ່ມີຊື່ວ່າ: “ແມ່ນໃຜ” ເນື້ອໃນຂອງບົດລະຄອນສະແດງເຖິງການ
ລັກລອບຕັດໄມ້ ແລະ ການລ່າສັດທີ່ຜິດກົດໝາຍ ສຸດທ້າຍຈະສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາ
ຊົນພາຍໃນບ້ານ.
ເຫດການ
ປະຊາຊົນ 3 ເມືອງ 3 ແຂວງ ທີ່ເຂົ້າຮ່ວມ
ກິດຈະກຳ“ການອະນຸລັກສິ່ງທີ່ມີຊີວິດໃນປ່າ
ຢູ່ ສປປ ລາວ” ຜ່ານມາຂອງໂຄງການສົ່ງ
ເສີມການສຶກສາສິ່ງແວດລ້ອມ ແລະ ການ
ປ່ຽນແປງດິນຟ້າອາກາດ ເລີ່ມແຕ່ເດືອນ 9
ຫາ ເດືອນ 12 ປີ 2016.
	 ເພື່ອໃຫ້ຊັບພະຍາກອນທຳມະຊາດຍືນຍົງ ແລະ ນຳໃຊ້ຈົນຊົ່ວລູກຊົ່ວຫຼານ ພະແນກສົ່ງເສີມສິ່ງແວດ
ລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຈຶ່ງໄດ້ລົງເຮັດກິດຈະກຳ ເພື່ອໃຫ້ປະຊາຊົນ ແລະ ຊາວໜຸ່ມ
ທີ່ອາໄສໃກ້ເຂດປ່າສະຫງວນ ຮູ້ເຖິງຄວາມໝາຍຄວາມສຳຄັນຂອງພັນພືດ, ພັນສັດ ແລະ ເຄື່ອງປ່າຂອງດົງ
ໃຫ້ຫຼາຍຂຶ້ນ.ເພື່ອສ້າງຈິດສຳນຶກໃຫ້ປະຊາຊົນຮູ້ຄຸນປະໂຫຍດແລະວິທີການໃນການອະນຸລັກສິ່ງທີມີຊີວິດໃນ
ປ່າ ໂດຍສະເພາະ ພືດ ແລະ ສັດປ່າ ທີ່ໃກ້ຈະສູນພັນ ດັ່ງນັ້ນຈະຕ້ອງມີການຄຸ້ມຄອງພືດ ແລະ ສັດປ່າ ໃຫ້ມີ
24
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
25ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ຄວາມຍືນຍົງ ແລະ ເພື່ອເປັນການເຜີຍແຜ່ ແລະ ແລກປ່ຽນຄວາມຮູ້ 10 ຄວາມຈິງ ກ່ຽວກັບ ການອະນຸລັກ
ສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ. (1. ສິ່ງທີ່ມີຊີວິດໃນປ່າ ໝາຍເຖິງ ສັດ ແລະ ພືດ ທີ່ເກີດຂຶ້ນຕາມທຳມະຊາດ
(ບໍ່ໄດ້ລ້ຽງ ຫຼື ປູກເອົາ). 2. ປະເທດລາວເປັນທີ່ຢູ່ອາໃສໃຫ້ແກ່ສັດປ່າຫຼາກຫຼາຍຊະນິດ. 3. ຄົນລາວປົກປັກຮັກ
ສາສິ່ງທີ່ມີຊີວິດໃນປ່າ ຍ້ອນເຫດຜົນຫຼາຍປະການ. 4. ສິ່ງທີ່ມີຊີວິດໃນປ່າຂອງປະເທດລາວ ກຳລັງຕົກຢູ່ໃນ
ອັນຕະລາຍ. 5. ການຄ້າຂາຍສິ່ງທີ່ມີຊີວິດຢູ່ໃນປ່າ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດຫຼາຍຊະ
ນິດ.6.ການສູນເສຍສິ່ງທີ່ມີຊີວິດໃນປ່າມີຜົນກະທົບຕໍ່ການດຳລົງຊີວິດຂອງຄົນ.7.ການລ່າສັດປ່າແບບບໍ່ຍືນ
ຍົງ ເຮັດໃຫ້ລະບົບນິເວດບໍ່ມີຄວາມສົມດູນ. 8. ການລ່າ ແລະ ຄ້າຂາຍ ສິ່ງທີ່ມີຊີວິດໃນປ່າ ແມ່ນຖືກຄວບຄຸມ
ດ້ວຍກົດໝາຍ ແລະ ລະບຽບການ. 9. ການອະນຸລັກສິ່ງທີ່ມີຊີວິດໃນປ່າ ແມ່ນອີງໃສ່ການປົກປັກຮັກສາທີ່ຢູ່
ອາໄສ. 10. ກົດລະບຽບທີ່ເຂັ້ມແຂງ ສາມາດປົກປ້ອງ ສິ່ງທີ່ມີຊີວິດໃນປ່າໄມ້ໄດ້).
	 ກິດຈະກໍາທີ່ໄດ້ປະຕິບັດຄັ້ງນີ້ ແມ່ນໄດ້ເນັ້ນໜັກ ກ່ຽວກັບ “ການອານຸລັກສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ
ລາວ” ເພື່ອເປັນການໂຄສະນາ ສ້າງຈິດສຳນຶກ ດ້ານການອະນຸລັກຊັບພະຍາກອນທຳມະຊາດ ໃຫ້ກັບນ້ອງ
ນັກຮຽນ ແລະ ພໍ່ແມ່ປະຊາຊົນ, ນອກຈາກນີ້ຍັງເປັນການທວນຄືນ ແລະ ເພີ່ມຄວາມເຂົ້າໃຈໃຫ້ກັບຊຸມຊົນ
ຢ່າງເລິກເຊິ່ງ ກ່ຽວກັບ ຄວາມໝາຍຄວາມສໍາຄັນຂອງ “ການອານຸລັກສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ”
ເພື່ອເປັນການຫຼຸດຜ່ອນ ການສູນເສຍສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ ທີ່ມີຜົນກະທົບຕໍ່ການດຳລົງຊີວິດ
ຂອງຄົນ. ໃນນີ້ກິດຈະກໍາໄດ້ແບ່ງອອກເປັນ 3 ພາກສ່ວນຄື: ອຳນາດການປົກຄອງ, ໂຮງຮຽນ ແລະ ຊຸມຊົນ
ກິດຈະກຳທັງສາມພາກທີ່ກ່າວມານີ້ ແມ່ນຈະເນັ້ນໃຫ້ເກີດການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ແລະ ນ້ອງ
ນັກຮຽນ.
•	 ເມືອງ ຫົວເມືອງ, ແຂວງ ຫົວພັນ
	 ໃນວັນທີ 03 - 12 ຕຸລາ ປີ 2016 ໄດ້ລົງຈັດຕັ້ງປະຕິບັດກິດຈະກຳທີ່ ເມືອງ ຫົວເມືອງ ແຂວງຫົວພັນ,
ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ 15 ໂຮງຮຽນ 15 ບ້ານ (ບ້ານຄ້ອງ, ຄ້າງຄາວ, ຫ້ວຍມູນ, ເມືອງອໍ້, ກາງ,
ສົບເລົ້າ, ນ້ຳນາດ, ນາພຽງ, ໂຮມພັນ, ໂຮມທອງ, ສົບລາບ, ໝໍ້, ພຽງດີ, ສົນຂົວ, ກໍ່ຮິ້ງ)
ໂຮງຮຽນ
ອຳນາດການປົກຄອງ ພາກຄໍ່າ ລວມ
ທັງໝົດ
ຄູ ນັກຮຽນ
ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ
32 83 1,058 2,104 405 724 2,551 4,553 11,510
ໃນວັນທີ 07 - 20 ພຶດສະພາ ປີ 2016
62 125 738 1,631 408 744 1,906 3,448 5,946
ເຫັນວ່າຜູ້ເຂົ້າຮ່ວມເຂົ້າມີເພີ່ມຂຶ້ນຈາກເມືອກ່ອນ
30 42 320 473 3 20 645 1,105 5,564
	 ອັດຕາການເພີ່ມຂຶ້ນຂອງຜູ້ເຂົ້າຮ່ວມເພີ່ມຂຶ້ນເທົ່າຕົວ ຍ້ອນປະຊາຊົນສ່ວນຫຼາຍໄດ້ເກັບກ່ຽວຜົນຜະ
ລິດຮຽບຮ້ອຍແລ້ວ ແລະ ການລົງເຮັດກິດຈະກຳເຮັດໄດ້ຕາມເປົ້າໝາຍຄົບທຸກບ້ານ
ເຫດການ
•	 ເມືອງ ພຽງ, ແຂວງ ໄຊຍະບູລີ
	 ໃນວັນທີ 1 - 10 ພະຈິກ ປີ 2016 ໄດ້ລົງຈັດຕັ້ງປະຕິບັດກິດຈະກຳທີ່ ເມືອງພຽງ, ແຂວງໄຊຍະບູລີ,
ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ 17 ໂຮງຮຽນ 15 ບ້ານ (ບ້ານນາຕານ, ສີບຸນເຮືອງ, ກິ່ວແຄມ, ດົງເງິນ, ນາ
ແວນ, ນາເງີນ, ນາສຳພັນ, ປາກຊອງ, ນາແຄມ, ນາໜອງຮຸ່ງ, ນ້ຳຍາບ, ຂຸນພອນ, ນ້ຳພອນ, ວັງຄຳ,
ນາກອງ, ສົມສະຫວາດ ແລະ ບ້ານໂພນສະອາດ)
ໂຮງຮຽນ
ອຳນາດການປົກຄອງ ພາກຄໍ່າ ລວມ
ທັງໝົດ
ຄູ ນັກຮຽນ
ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ
59 143 1289 2588 656 1448 2527 5000 9179
ໃນວັນທີ 29 ກຸມພາ - 11 ມີນາ ປີ 2016
60 127 1,289 2,088 677 1,127 1,909 3,401 8,570
ເຫັນວ່າຜູ້ເຂົ້າຮ່ວມເຂົ້າມີເພີ່ມຂຶ້ນຈາກເມືອກ່ອນ
1 16 0 500 21 321 618 1599 609
	 ອັດຕາການເພີ່ມຂຶ້ນຂອງຜູ້ເຂົ້າຮ່ວມເພີ່ມຂຶ້ນໜ່ອຍ ໃນຊ່ວງນີ້ເປັນລະດູຜົນຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມມາ
ບໍ່ເຕັມເມັດເຕັມໜ່ວຍ, ບາງບ້ານກໍ່ໄດ້ເຮັດແຕ່ສອງພາກຄື ພາກເຊົ້າ-ບ່າຍ ຍ້ອນຝົນຕົກບວກລົດທັກສິ່ງແວດ
ລ້ອມກໍ່ເພໃນຊ່ວງດຳເນີນກິດຈະກຳ
26
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
27ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
•	 ເມືອງບົວລະພາ, ແຂວງຄຳມ່ວນ
	 ໃນວັນທີ 26 ມີນາ - 08 ເມສາ 2016 ໄດ້ລົງຈັດຕັ້ງປະຕິບັດກິດຈະກຳທີ່ ເມືອງ ບົວລະພາ, ແຂວງ
ຄຳມ່ວນ, ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ 16 ບ້ານ, 16 ໂຮງຮຽນ (ຂະຍູ້, ສະອາງ, ຫຍ້າຫວາຍ, ວັງຄົນ,
ຜານົບ, ໜອງບົວ, ໜອງແສງ, ດຸ, ໜອງໂນ, ວັງມະເນີ, ນ້ຳຈະຫຼາ, ໜອງມ້າ, ລະໂບຍ, ກາອີ, ທາງແບ່ງ,
ໜອງປີງ, ຫຍ້າແວດ)
ໂຮງຮຽນ
ອຳນາດການປົກຄອງ ພາກຄໍ່າ ລວມ
ທັງໝົດ
ຄູ ນັກຮຽນ
ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ
10 28 554 1153 290 593 1105 2121 5854
ໃນວັນທີ 26 ມີນາ - 08 ເມສາ ປີ 2016
18 53 616 1,354 247 555 1,216 2,225 6,284
ເຫັນວ່າຜູ້ເຂົ້າຮ່ວມເຂົ້າມີການຫຼຸດລົງຈາກເມື່ອກ່ອນ
8 25 62 201 43 38 111 104 430
	 ອັດຕາການຫຼຸດລົງຂອງຜູ້ເຂົ້າຮ່ວມ ຍ້ອນປະຊາຊົນສ່ວນໜຶ່ງກຳລັງເກັບກ່ຽວຜົນຜະລິດຍັງບໍ່ທັນຮຽບ
ຮ້ອຍ ແລະ ການລົງເຮັດກິດຈະກຳກໍ່ຍັງບໍ່ໄດ້ຕາມເປົ້າໝາຍ ເພາະຍັງມີສອງບ້ານທີ່ເຂົ້າໄປບໍ່ໄດ້ (ໃນຊ່ວງນີ້
ແມ່ນນ້ຳຂຶ້ນເຮັດໃຫ້ຂ້າມນ້ຳເຊບັງໄຟບໍ່ໄດ້ ແລະ ມີບາງບ້ານ ແມ່ນໄດ້ເຮັດແຕ່ພາກເຊົ້າ-ບ່າຍເທົ່ານັ້ນ ຍ້ອນ
ລົດເຂົ້າໄປບໍ່ເຖິງໄດ້ພາກັນຂົນເຄື່ອງຈຳນວນໜຶ່ງຍ່າງຂ້າມນ້ຳເຊບັງໄຟ)
ເຫດການ
	 ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ແມ່ນໄດ້ແບ່ງອອກເປັນ 3 ພາກ (ເຊົ້າ, ບ່າຍ ແລະ ຄຳ່) ແລະ
ແຕ່ລະພາກແມ່ນໃຊ້ເວລາ 3-4 ຊົ່ວໂມງ ຄື:
•	 ກິດຈະກຳພາກເຊົ້າ : ແມ່ນເລີ່ມແຕ່ 9:00-12:00 ໂມງ ໄດ້ເຮັດກິດຈະກຳກັບທາງອຳນາດການປົກຄອງ
ບ້ານ ແລະ ປະຊາຊົນພາຍໃນບ້ານ. ກ່ອນຈະເຂົ້າກິດຈະກຳທາງທີມງານໄດ້ທົບທວນກິດຈະກຳເກົ່າທີ່ເຮັດ
ຜ່ານມາ, ສະແດງລະຄອນສັ້ນ (ເນື້ອໃນຈະເວົ້າເຖິງການນຳໃຊ້ອາວຸດໃນການລ່າສັດແບບດັບສູນ), ແບ່ງກຸ່ມ
ສົນທະນາອອກເປັນ 5 ກຸ່ມ (ສັດບົກ, ສັດປີກ, ສັດເຄິ່ງບົກ-ເຄິ່ງນ້ຳ, ສັດນ້ຳ ແລະ ພືດປ່າ) ພາຍໃຕ້ຫົວຂໍ້
“ການອະນຸລັກສິ່ງທີ່ມີຊີວິດຢູ່ໃນ ສປປ ລາວ” ຈາກນັ້ນກໍ່ໄດ້ເນັ່ງເຊືອກສາຍພົວພັນ (ຈະສະແດງໃຫ້ເຫັນຄວາມ
ສຳຄັນຂອງຕ່ອງໂສ້ອາຫານ, ຫຼິ້ນເກມ “ໄຫວິເສດ” ເຊິ່ງມັນສະແດງເຖິງການມີສ່ວນຮ່ວມໃນການປົກປັກຮັກ
ສາຊັບພະຍາກອນທຳມະຊາດບໍ່ແມ່ນຜູ້ໃດຜູ້ໜຶ່ງ, ນຳສະເໜີໂຟສເຕີ 10 ຄວາມຈິງ ກ່ຽວກັບ ການອະນຸລັກ
ສິ່ງທີ່ມີຊີວິດຢູ່ໃນ ສປປ ລາວ ແລະ ສຸດທ້າຍແມ່ນຫຼິ້ນເກມຄວາມຈຳ (ເກມຈັບຄູ່) ເກມໄດ້ກ່າວຈະສະແດງໃຫ້
ເຫັນຄຸນລັກສະນະພິເສດຂອງສັດ, ຖິ່ນທີ່ຢູ່ອາໃສ ແລະ ສັດດັ່ງກ່າວໄດ້ຈັດເຂົ້າໃນບັນຊີໃດ (ສັດສະຫງວນ,
ສັດຄຸ້ມຄອງ ແລະ ສັດທົ່ວໄປ ແມ່ນຈະຕົກຢູ່ໃນບັນຊີ I, II ຫຼື III ທີ່ທາງ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນ
ຜູ້ກຳນົດ.
28
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
29ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
•	 ກິດຈະກຳພາກບ່າຍ: ແມ່ນເລີ່ມແຕ່ 14:00-16:00 ໂມງ ໄດ້ເຮັດກິດຈະກຳຮ່ວມກັບນັກຮຽນ ແລະ ຄູອາ
ຈານ ກິດຈະກຳຢູ່ໂຮງຮຽນແມ່ນບໍ່ມີຫຍັງຫຼາຍເປັນຕົ້ນ ຫຼິ້ນເກມ, ຮ້ອງເພງ, ປັ້ນຮູບສັດຕ່າງໆ, ຕອບຄຳຖາມ
ເອົາລາງວັນ ກ່ຽວກັບ ສັດບ້ານ ແລະ ສັດປ່າ ມີຄວາມແຕກຕ່າງກັນບ່ອນໃດ, ສຸດທ້າຍກໍ່ປິດທ້າຍດ້ວຍການ
ສະແດງລະຄອນຫຸ່ນ “ກຳພ້າແລະລິງນ້ອຍ” ຈະເວົ້າເຖິງການລັກລອບຕັດໄມ້ທຳລາຍປ່າເຊິ່ງເປັນບ່ອນອາໄສ
ຂອງສັດ ເຮັດໃຫ້ສັດມີການລົ້ມຕາຍໄປ ແລະ ດັບສູນ ສຸດທ້າຍລີງນ້ອຍ ແລະ ທ້າວ ກຳພ້າກໍ່ພາກັນປູກປ່າທົດ
ແທນ ເພື່ອໃຫ້ສັດປ່າຕ່າງໆກັບຄືນມາ.
ເຫດການ
•	 ກິດຈະກຳພາກຄຳ່: ແມ່ນເລິ່ມແຕ່ 17:30-21:00 ໂມງ ໄດ້ເຮັດກິດຈະກຳຮ່ວມກັບພໍ່ແມ່ປະຊາຊົນ. ເລີ່ມ
ຕົ້ນຈາກການເຮັດລາຍການວິທະຍຸກະຈາຍສຽງຂອງບ້ານ ໂດຍນຳໃຊ້ໂທລະໂຄ່ງບ້ານ (ເປັນການສະຫຼຸບກິດ
ຈະກຳທີ່ເຮັດຜ່ານມາທັງຕອນເຊົ້າ - ບ່າຍ. ພ້ອມດຽວກັນນີ້ກໍ່ເປັນການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການ
ອະນຸລັກສິ່ງທີ່ມີຊີວິດຢູ່ ສປປ ລາວ), ກິດຈະກຳຫຼັກໆໃນພາກຄຳ່ ແມ່ນການຫຼິ້ນເກມ, ສາຍຟິມ (ທີ່ໄດ້ເຮັດ
ຜ່ານມາຕອນເຊົ້າ-ບ່າຍ), ສາຍຮູບເງົາເລື່ອງ “ບ້ານດຽວກັນ” (ສະແດງໃຫ້ເຫັນການອະນຸລັກພືດ ແລະ ສັດ
ເພື່ອໄດ້ນຳໃຊ້ແບບຍືນຍົງ), ຖາມ-ຕອບ ກ່ຽວກັບ ເນື້ອໃນຂອງຮູບເງົາທີ່ສາຍໄປ ແລະ ສຸດທ້າຍກໍ່ປິດລາຍ
ການດ້ວຍລະຄອນສັ້ນທີ່ມີຊື່ເລື່ອງວ່າ“ແມ່ນໃຜ”(ສະແດງໃຫ້ເຫັນວ່າໃຜຈະມາປົກປັກຮັກສາຊັບພະຍາກອນທຳ
ມະຊາດ ສຸດທ້າຍກໍ່ບໍ່ແມ່ນໃຜ ກໍ່ແມ່ນພໍ່ແມ່ປະຊາຊົນບ້ານເຮົາເອງ ໃນການປົກປັກຮັກສາຊັບພະຍາກອນທຳ
ມະຊາດໄວ້ໃຫ້ລຸ້ນຕໍ່ໆໄປໄດ້ນຳໃຊ້).
30
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
31ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
ການຈັດການຂີ້ເຫຍື້ອ ຢູ່ 4 ຕົວເມືອງ ແຂວງ ບໍລິຄຳໄຊ
	 ເພື່ອການແກ້ໄຂບັນຫາ ແລະ ການຫຼຸດຜ່ອນ
ປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ຄັ້ງນີ້ເປັນ
ທີ III. ໃນການປຸກລະດົມສ້າງຄວາມຮູ້ຄວາມສາມາດ
ໃຫ້ກັບນ້ອງນັກຮຽນ, ຄູອາຈານ ແລະ ພໍ່ແມ່ປະຊາ
ຊົນ ຮູ້ເຖິງຜົນຮ້າຍຜົນເສຍ ແລະ ຄຸນປະໂຫຍກຈາກ
ຂີ້ເຫຍື້ອ ທັງເປັນການສ້າງຈິດສຳນຶກໃນການຄັດ
ແຍກຂີ້ເຫຍື້ອ. ກິດຈະກຳດັ່ງກ່າວ ແມ່ນເລີ່ມແຕ່ວັນ
ທີ 04-15 ກໍລະກົດ 2016, ທີ່ເມືອງທ່າພະບາດ,
ເມືອງປາກຊັນ, ເມືອງບໍລິຄັນ ແລະ ເມືອງປາກກະ
ດິງ ແຂວງ ບໍລິຄຳໄຊ. ກົມສົ່ງເສີມຄຸນນະພາບສິ່ງ
ແວດລ້ອມ (ກສສ) ຮ່ວມກັບ ທີມງານຈາກ ຄະນະວິ
ທະຍາສາດປ່າໄມ້, (ມ.ຊ). ລວມທັງໝົດ 15 ຄົນ,
ແບ່ງອອກເປັນ 2 ທີມ, 3 ພາກ (ພາກເຊົ້າ, ພາກບ່າຍ
ແລະ ພາກຄຳ່). ການລົງເຄື່ອນໄຫວກິດຈະກຳຄັ້ງນີ້
ກໍ່ເພື່ອສ້າງຈິດສໍານຶກດ້ານສິ່ງແວດລ້ອມໃຫ້ນັກຮຽນ,
ຄູອາຈານແລະປະຊາຊົນໃຫ້ຮູ້ກ່ຽວກັບການຈັດການ
ຂີ້ເຫຍື້ອໃນຊຸມຊົນ ໃຫ້ຖືກວິທີຕາມຫຼັກການ 3R
(ຫຼຸດການໃຊ້ Reduce, ໃຊ້ຊ້ຳ Reuse ແລະ ການຣີ
ໄຊເຄີຣ Recycle) ນອກນີ້ກໍ່ຍັງນຳເອົາຂີ້ເຫຍື້ອມາ
ປະດິດ ເພື່ອຫຼຸດຜ່ອນຂີ້ເຫຍື້ອຢູ່ໃນ 10 ບ້ານ ແລະ 20
ໂຮງຮຽນ. (ເມືອງ ທ່າພະບາດ: ບ້ານທ່າບົກ, ບ້ານສົມ
ສະຫວາດ, ບ້ານເລົາຄາ ແລະ ໂຮງຮຽນປະຖົມໂພນ
ສະຫວັນ, ປະຖົມທ່າບົກ, ປະຖົມສົມສະຫວາດ ແລະ
ມັດທະຍົມປາຍສົມສະຫວາດ, ປະຖົມໄຊສະຫວັນ
ແລະ ໂຮງຮຽນປະຖົມເລົາຄາ. ເມືອງ ປາກຊັນ: ບ້ານ
ໂພນໄຊເໜືອ, ບ້ານໂພນສີ ແລະ ໂຮງຮຽນປະຖົມ
ຫ້ວຍສຽດ, ປະຖົມໂພນໄຊເໜືອ, ປະຖົມໄຊມົງຄຸນ
ແລະ ໂຮງຮຽນປະຖົມປາກຊັນໃຕ້. ເມືອງ ບໍລິຄັນ:
ບ້ານຜາເມືອງ, ບ້ານສົມສະຫວາດ, ບ້ານຫ້ວຍຄຸນ
ແລະ ໂຮງຮຽນປະຖົມຜາເມືອງ ແລະ ມັດທະຍົມສົມ
ບູນຜາເມືອງ, ປະຖົມເມືອງເກົ່າ ແລະ ມັດທະຍົມສົມ
ບູນບໍລິຄັນ, ປະຖົມຫ້ວຍຄູນ ແລະ ໂຮງຮຽນມັດທະ
ຍົມສົມບູນສົມມົງຄຸນ. ເມືອງ ປາກກະດິງ: ບ້ານນ້ຳ
ເດື່ອ, ບ້ານແສນສຳລານ ແລະ ໂຮງຮຽນປະຖົມນ້ຳຄູ້,
ປະຖົມນ້ຳເດື່ອ,ປະຖົມປາກສາແລະໂຮງຮຽນປະຖົມ
ແສນສຳລານ).
32
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
33ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
•	 ກິດຈະກຳພາກເຊົ້າ-ບ່າຍ: ແມ່ນລົງເຮັດກິດຈະ
ກຳກັບນ້ອງນັກຮຽນ ແລະ ຄູອາຈານ ໂຮງຮຽນປະຖົມ
ແລະ ໂຮງຮຽນມັດທະຍົມ ໄດ້ຮູ້ເຖິງຄວາມໝາຍ
ຄວາມສຳຄັນຂອງການຈັດການຂີ້ເຫຍື້ອ ໃນຂອບ
ເຂດໂຮງຮຽນ. ກິດຈະກຳທຳອິດ ແມ່ນການນຳສະເໜີ
ໂຟສເຕີ 5 ແຜ່ນ ທີ່ເວົ້າເຖິງວິທີການຈັດການຂີ້ເຫຍື້ອ
ການແຍກປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະ
ຫຼາຍຂອງຂີ້ເຫຍື້ອ,ຫັຼງຈາກນັ້ນກໍ່ໄດ້ຖາມ-ຕອບເພື່ອ
ປະເມີນຄວາມເຂົ້າໃຈຂອງນັກຮຽນ ກ່ຽວກັບ ໂຟສເຕີ
ທີ່ນຳສະເໜີໄປນັ້ນ, ນຳພານ້ອງນັກຮຽນເກັບຂີ້ເຫຍື້ອ
ໃນເຂດອ້ອມຮອບໂຮງຮຽນ ເພື່ອນຳມາສາທິດການ
ແຍກຂີ້ເຫຍື້ອໃຫ້ຖືກວິທີ 3R ແລະ ແບ່ງນ້ອງນັກຮຽນ
ອອກເປັນ 3 ກຸ່ມ ເພື່ອແຂ່ງຂັນກັນວ່າກຸ່ມໃດຈະແຍກ
ຖືກວິທີ ນອກນັ້ນທີມງານພວກເຮົາໄດ້ມີກິດຈະກຳ
ມ່ວນຊື່ນ ໂດຍຫາອາສາສະມັກອອກມາຮ້ອງເພງ,
ຫຼິ້ນເກມ ສຸດທ້າຍກໍ່ເປັນການສາທິດວິທີ ການນຳ
ເອົາຂີ້ເຫຍື້ອທີ່ສາມາດນຳມາໃຊ້ໃໝ່ໄດ້ ມາໝູນໃຊ້
ໃຫ້ເປັນຮູບແບບຕ່າງໆເຊັ່ນ: ການນໍາເອົາກະຕຸກມາ
ປະດິດເປັນຕັ່ງນັ່ງ, ສອນວິທີເຮັດກັບດັກໜູ ແລະ
ອື່ນໆ.
•	 ກິດຈະກຳພາກຄ່ຳ: ການສ້າງຈິດສຳນຶກດ້ານ
ການຈັດການຂີ້ເຫຍື້ອ ແລະ ສາທິດວິທີການນຳໃຊ້ສິ່ງ
ເສດເຫຼືອໃຫ້ເກີດປະໂຫຍດໃຫ້ແກ່ປະຊາຊົນໝົດທຸກ
ຄົນທີ່ມາເຂົ້າຮ່ວມຂອງແຕ່ລະບ້ານ ກ່ຽວກັບ ການຈັດ
ການຂີ້ເຫຍື້ອແບບຄົບວົງຈອນ ຕາມຫຼັກການ 3R
ໂດຍຜ່ານການອະທິບາຍ 5 ໂຟສເຕີ ທີ່ເວົ້າເຖິງຂີ້
ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້
ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງຂີ້ເຫຍື້ອ. ຫຼັງ
ຈາກນັ້ນ ກໍ່ມີການຖາມ-ຕອບ ກ່ຽວກັບ ໂຟສເຕີດັ່ງ
ກ່າວ ເພື່ອທົບທວນຄວາມເຂົ້າໃຈກັບພໍ່ແມ່ປະຊາ
ຊົນ, ນອກນັ້ນ ກໍ່ຍັງມີການສາຍວີດີໂອສັ້ນ ກ່ຽວກັບ
ການເຮັດປຸ໋ຍໝັກຊີວະພາບ, ນ້ຳໝັກຊີວະພາບ ພ້ອມ
34
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
35ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ສາທິດຕົວຈິງ ໃຫ້ພໍ່ແມ່ປະຊາຊົນຮຽນຮູ້ສຶກສາເຂົ້າ
ເຖິງວິທີການເຮັດປຸ໋ຍໝັກຊີວະພາບ, ນ້ຳໝັກຊີວະ
ພາບ ໂດຍວັດຖຸດິບແມ່ນ ເນັ້ນໃສ່ສິ່ງທີ່ມີພາຍໃນ
ບ້ານ ເຊັ່ນ: ໃບໄມ້ແຫ້ງ, ເສດອາຫານຈາກຄົວເຮືອນ,
ເປືອກໝາກໄມ້ຕ່າງໆແລະກໍ່ມີການສະແດງລະຄອນ
ເງົາ ເລື່ອງ: ການຖິ້ມຂີ້ເຫຍື້ອຊະຊາຍ. ນອກຈາກນີ້ຍັງ
ມີການ ຖາມ-ຕອບ ສົນທະນາ ກ່ຽວກັບ ການຮັກສາ
ອານາໄມບ້ານເມືອງໃນຖານະທີ່ ປະຊາຊົນມີເຮືອນ
ຕັ້ງຢູ່ແຄມທາງໃຫຍ່ ແລະ ຄຳຖາມອື່ນໆ ເພື່ອແລກ
ປ່ຽນແກ່ຜູ້ໃຫຍ່ ແລະ ເດັກນ້ອຍໃນແນວຄວາມຄິດ
ຄວາມເຂົ້າໃຈທີ່ແຕກຕ່າງກັນທີ່ເໝາະສົມ.
	 ການລົງເຮັດກິດຈະກຳຄັ້ງນີ້: ແມ່ນເປັນການ
ສ້າງຄວາມຮູ້ຄວາມເຂົ້າໃຈ ໃນການຈັດການຂີ້ເຫຍື້ອ
ໃນຄົວເຮືອນ,ຂອບເຂດບ້ານແລະໂຮງຮຽນ,ຮູ້ຈັກນຳ
ໃຊ້ຂີ້ເຫຍື້ອທີ່ບໍ່ໃຊ້ໃຫ້ມາປະດິດເປັນສິ່ງຂອງໃຊ້ໃນ
ບ້ານ ນອກນີ້ປະຊາຊົນຍັງໄດ້ຮຽນຮູ້ວິທີການເຮັດ
ປຸ້ຍຊີວະພາບ ທີ່ໄດ້ຈາກເສດຜັກ ແລະ ເສດອາຫານ.
ຫວັງວ່າການລົງເຮັດກິດຈະກຳຄັ້ງນີ້ ຈະສາມາດປ່ຽນ
ແປງພຶດຕິກຳໃນການສ້າງຂີ້ເຫຍື້ອໃຫ້ໜ່ອຍລົງ ແລະ
ກິດຈະກຳຂອງພວກເຮົາຍັງບໍ່ໝົດເທົ່ານີ້ ຍັງຈະສືບຕໍ່
ໃນເດືອນກັນຍາ 2016.
ເຫດການ
ລົງເຄື່ອນໄຫວກິດຈະກຳ ການຈັດການຂີ້ເຫຍື້ອ ໃນຊ່ວງງານ
ບຸນຊ່ວງເຮືຶອ ທີ່ທ່າວັດຈັນປີ 2016
ໃນທ້າຍເດືອນຕຸລາ, ໂຄງການ ສົ່ງເສີມການສຶກ
ສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ
ກາດ (ProCEEd) ໄດ້ນໍາສະເໜີ ຮ້ານທີ່ໃຫ້ການສຶກ
ສາຊື່ວ່າ: ‘ປະສົບການປີສາດຂີ້ເຫຍື້ອ’ ແກ່ປະຊາຊົນ
ຫຼາຍຮ້ອຍຄົນ ທີ່ງານບຸນຊ່ວງເຮືອທີ່ທ່າວັດຈັນ, ນະ
ຄອນຫຼວງວຽງຈັນ. ກິດຈະກໍາດັ່ງກ່າວ ຈັດຕັ້ງປະຕິບັດ
ໂດຍທີມງານຂອງໜ່ວຍງານ ອະນຸລັກທໍາມະຊາດ
ເຄື່ອນທີ່ (MCU) ຂອງຄະນະປ່າໄມ້ ແລະ ກົມສົ່ງ
ເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບ
ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ).
	 ແມ່ນໃຜເຄີຍເຂົ້າຮ່ວມງານບຸນນີ້ ຮູ້ວ່າບໍ່ມີ
ໃຜຈະມີຄວາມຄິດປະດິດສ້າງ ເພື່ອສາມາດສ້າງຂໍ້
ຄວາມເພື່ອໃຫ້ຜູ້ໃດຜູ້ໜຶ່ງສົນໃຈໄດ້, ແລະ ມັນກໍ່ບໍ່
ເປັນ ສິ່ງທີ່ງ່າຍເລີຍທີ່ຈະແຂ່ງຂັນກັບຮ້ານອື່ນຫຼາຍໆ
ຮ້ານ ທີ່ມີທັງສຽງດົນຕີພົດດັ່ງສະນັ່ນໄປທົ່ວ. ຈາກປະ
ສົບການທີ່ເຄີຍໄດ້ພົບຜ່ານມາ ໂຄງການ ProCEEd
ຈຶ່ງໄດ້ຕັດສິນໃຈນໍາໃຊ້ການນໍາສະເໜີຂໍ້ຄວາມ ໂດຍ
ນໍາໃຊ້ແສງ ແລະ ສີເປັນຄັ້ງທໍາອິດ ເພື່ອສົ່ງຂໍ້ຄວາມ
ວິທີການປະຕິບັດທີ່ດີ ຂອງການຈັດການຂີ້ເຫຍື້ອ
ແລະ ປະກອບດ້ວຍການຫຼີ້ນເກມ ແລະ ກິດຈະກໍາ
ທີ່ຫຼາກຫຼາຍ. ຈະສັງເກດຢູ່ທາງເຂົ້າຂອງຮ້ານຂອງ
ProCEEd, ແມ່ນມີໂຕປີສາດຂີ້ເຫຍື້ອ ໂຕບັກໃຫຍ່
ມີຕາສີແດງໆ ຊຶ່ງຢູ່ຕ້ອນຮັບແຂກຜູ້ມາຢ້ຽມຢາມ.
ຊຸດກ່ອງແສງ 10 ຊຸດ ຊຶ່ງເປັນແບບຝ້າຕັ້ງສອງຝາ
ມີຄວາມຍາວ 4 ແມັດ ແລະ 6 ແມັດ, ແລະ ສະແດງ
ໃຫ້ເຫັນທັງພຶດຕິກໍາທາງບວກ ແລະ ລົບຂອງການ
ຈັດການຂີ້ເຫຍື້ອ. ແນວຄວາມຄິດ ແລະ ການອອກ
ແບບຂອງກ່ອງແສງເຫຼົ່ານີ້ ແມ່ນໄດ້ມາຈາກພື້ນຖານ
ເຕັກນິກການສະແດງ ຕຸກກະຕາເງົາແສງ ຊຶ່ງໃສ່ເງົາ,
ແສງ ແລະ ສີສັນເພື່ອບອກເລົ່າເລື່ອງລາວຕ່າງໆ.
ແຜ່ນຝ້າຕັ້ງອັນທໍາອິດ ແມ່ນຍາວ 4 ແມັດ ຊຶ່ງສະແດງ
ເຖິງຊຸມຊົນໜຶ່ງ ທີ່ບໍ່ສົນໃຈວ່າຂີ້ເຫຍື້ອທີ່ເຂົາເຈົ້າຖິ້ມ
ຫຼາຍສໍາໃດ ແລະ ກໍາລັງສ້າງມົນລະພິດຕໍ່ສິ່ງແວດ
ລ້ອມ ແລະ ສ້າງການແຜ່ຂະຫຍາຍຂອງເຊື້ອໂລກ
ຕ່າງໆສໍາໃດ. ສ່ວນແຜ່ນຝ້າຕັ້ງອັນທີ່ສອງ ແມ່ນມີ
ຄວາມຍາວ 6 ແມັດ ຊຶ່ງສະແດງເຖິງອີກຊຸມຊົນໜຶ່ງທີ່
ມີພຶດຕິກໍາໃນການຈັດການຂີ້ເຫຍື້ອດີ. ແນວຄວາມ
ຄິດຂອງການແຍກຂີ້ເຫຍື້ອ‘ຫຼຸດການໃຊ້-ໃຊ້ຊໍ້າ-ນໍາ
ກັບມາໃຊ້ໃໝ່’ ກໍ່ໄດ້ນໍາສະເໜີເຊັ່ນດຽວກັນ.
ແຜ່ນຜາຕັ້ງເງົາແສງ ແມ່ນໄດ້ຮັບຜົນສໍາເລັດເປັນ
36
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ເຫດການ
37ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
ຢ່າງດີ ແລະ ສາມາດເປັນສິ່ງຈັບຕາຂອງຜູ້ມາເຂົ້າ
ຊົມທີ່ເຂົ້າມາໃນຮ້ານວາງສະແດງ ແລະ ໄດ້ຮັບ
ຄວາມໜ້າສົນໃຈໃນການຈັດການຂີ້ເຫຍື້ອ ຢ່າງຫຼວງ
ຫຼາຍ. ນອກຈາກກ່ອງແສງແລ້ວ, ຍັງມີຊຸດຫຼີ້ນເກມ
ແລະ ກິດຈະກໍາຕ່າງໆ. ພ້ອມກັນນີ້ ກໍ່ຍັງມີການແຂ່ງ
ຂັນການແຕ້ມຮູບ, ການຫຼີ້ນເກມ ແລະ ກິດຈະກໍາ
ການເກັບຂີ້ເຫຍື້ອເຄື່ອນທີ່ ຊຶ່ງສາມາດດຶງດູດຄົນ
ເປັນຈໍານວນຫຼາຍເຂົ້າຮ່ວມໃນກິດຈະກໍາ ການສຶກ
ສາດ້ານສິ່ງແວດລ້ອມຄັ້ງນີ້.
ເກມແຜ່ນພີມທີ່ຫຼີ້ນຢູ່ເທິງພື້ນດິນ ແມ່ນໄດ້ສອນຜູ້
ເຂົ້າຮ່ວມຮຽນຮູ້ ກ່ຽວກັບ ພຶດຕິກໍາທີ່ດີ ແລະ ບໍ່ດີໃນ
ການຈັດການກັບຂີ້ເຫຍື້ອ. ໃນຊ່ວງງານບຸນດັ່ງກ່າວ
ບັນດາຜູ້ເຂົ້າຮ່ວມ ສາມາດຄາດເດົານໍ້າໜັກຂອງຖັງ
ຂີ້ເຫຍື້ອ 3 ຖັງ ທີ່ແທນໃຫ້ຂີ້ເຫຍື້ອທີ່ປະຊາຊົນຢູ່ນະ
ຄອນຫຼວງເປັນຜູ້ສ້າງຂຶ້ນຕໍ່ມື້, ຕໍ່ອາທິດ ຫຼື ເດືອນ
ໂດຍໃຫ້ຜູ້ເຂົ້າຮ່ວມດຶງເຊືອກ ເພື່ອຍົກຖັງຂີ້ເຫຍື້ອ
ຂຶ້ນເພື່ອຊັ່ງນໍ້າໜັກ. ມີຫຼາຍຄົນກໍ່ມີຄວາມແປກໃຈ
ເຖິງປະລິມານຂີ້ເຫຍື້ອທີ່ສ້າງຂຶ້ນ; ແລະ ເພື່ອເນັ້ນ
ໜັກ ເລື່ອງລະບົບແຍກຂີ້ເຫຍື້ອ ອາສາສະມັກໜ່ວຍ
ງານອະນຸລັກທໍາມະຊາດເຄື່ອນທີ່ (MCU) ກໍ່ໄດ້ຍ່າງ
ເລາະຮອບໆງານບຸນເພື່ອເກັບຂີ້ເຫຍື້ອແລະ ກະຈາຍ
ຂໍ້ມູນວິທີການທີ່ຖືກຕ້ອງໃນການແຍກຂີ້ເຫຍື້ອໃສ່ຖັງ
ຂີ້ເຫຍື້ອທີ່ມີສີແຕກຕ່າງກັນ.
ອຸປະກອນທຸກຢ່າງ ແມ່ນໄດ້ຖືກສ້າງຂຶ້ນໃໝ່ໝົດ,
ອຸປະກອນອັນນີ້ ແມ່ນມັນໄດ້ໃຊ້ເວລາກະກຽມເປັນ
ເວລາຍາວນານ ຊຶ່ງໃຊ້ທັງຄວາມພະຍາຍາມ ບວກ
ກັບຄວາມກະຕືລືລົ້ນ ໂດຍສະເພາະແມ່ນອາສາສະ
ມັກ MCU ແລະ ຫົວໜ້າທີມງານ. ແນ່ນອນວ່າຈາກ
ຜົນທີ່ໄດ້ຮັບ ແລະ ຄໍາເຫັນທີ່ເປັນທາງບວກ ໃນຊ່ວງ
ງານບຸນຊ່ວງເຮືອ ນັ້ນມັນສະແດງໃຫ້ເຫັນເຖິງຄວາມ
ສໍາເລັດຂອງຄວາມພະຍາຍາມຂອງພວກເຂົາ ແລະ
ຍັງຈະສືບຕໍ່ກິດຈະກຳດັ່ງກ່າວໃນງານບຸນພະທາດ
ຫຼວງ.
ເຫດການ
ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກດ້ານສິ່ງ
ແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດ
ຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ
	 ເພື່ອເປັນການຫຼຸດຜ່ອນປະລິມານການນຳ
ໃຊ້ຂີ້ເຫຍື້ອ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ
(ກສສ) ກະຊວງ ຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ (ກຊສ) ຮ່ວມກັບ ທີມງານຈາກຄະ
ນະວິທະຍາສາດປ່າໄມ້, (ມ.ຊ) ລວມທັງໝົດ 26 ຄົນ
ລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກ ດ້ານສິ່ງ
ແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການ
ຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ
ໃນການປຸກລະດົມສ້າງຄວາມຮູ້, ຄວາມສາມາດ ໃຫ້
ກັບນ້ອງນັກຮຽນ, ຄູອາຈານ ແລະ ພໍ່ແມ່ປະຊາຊົນ
ຮູ້ເຖີງຜົນຮ້າຍຜົນເສຍ ແລະ ຄຸນປະໂຫຍກຈາກຂີ້
ເຫຍື້ອ ທັງເປັນການສ້າງຈິດສຳນຶກໃນການຄັດແຍກ
ຂີ້ເຫຍື້ອ. ກິດຈະກຳດັ່ງກ່າວ ແມ່ນເລີ່ມແຕ່ວັນທີ
12-22 ກັນຍາ 2016, ທີ່ເມືອງທ່າພະບາດ, ເມືອງ
ປາກຊັນ ແລະ ເມືອງປາກກະດິງ ແຂວງ ບໍລິຄຳໄຊ.
	 ການລົງເຄື່ອນໄຫວກິດຈະກຳສ້າງຈິດສໍານຶກ
ດ້ານສິ່ງແວດລ້ອມ ໃນຫົວຂໍ້: “ການຈັດການຂີ້ເຫຍື້ອ
ໃນຊຸມຊົນ, ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນ
ປະລິມານຂີ້ເຫຍື້ອຢູ່ໃນບັນດາໂຮງຮຽນປະຖົມ ຈຳ
ນວນ 18 ແຫ່ງ, ມັດທະຍົມ 18 ແຫ່ງ ແລະ ບ້ານ 18
ແຫ່ງ. (ເມືອງທ່າພະບາດ: ໂຮງຮຽນປະຖົມ ແສງອາ
ລຸນ, ປາກທວາຍ, ສີສົມໄຊ, ປ່າໄລ່, ທວາຍແບ່ງ,
ໂພນສະອາດ,ສົມສະອາດ,ນາໄຊ,ທ່າພະບາດແລະ
ໂຮງຮຽນປະຖົມໄຊສະຫວັນ. ໂຮງຮຽນມັດທະຍົມ
ປາກຊັນໃຕ້, ປາກທວາຍ, ຍ່ອຍໄຮ່ ແລະ ໜອງເກິນ,
ຫ້ວຍເລິກ, ທວາຍແບ່ງ, ທ່າບົກ, ສົມສະອາດ, ນາໄຊ,
ທ່າພະບາດ ແລະ ໂຮງຮຽນມັດທະຍົມເລົ່າຄາ. ບ້ານ
ໂພນສະຫວ່າງ, ປາກທວາຍ, ສີສົມໄຊ, ປ່າໄລ່,
ທວາຍແບ່ງ, ທ່າບົກ, ສົມສະອາດ, ນາໄຊ, ທ່າພະ
ບາດ ແລະ ບ້ານເລົ່າຄາ. ເມືອງປາກຊັນ: ໂຮງຮຽນ
ປະຖົມປາກສາ, ສີວິໄລ, ສວນສະຫວັນ, ນາສົມມໍ,
ໂພນໄຊໃຕ້, ກ້ວຍອຸດົມ(ນອກ), ປາກຊັນໃຕ້, ໄຊມຸງ
ຄຸນ, ສີສົມໄຊ ແລະ ໂຮງຮຽນປະຖົມ ສີສະອາດ.
38
ຈົດໝາຍຂ່າວ
ມິຖຸນາ-ທັນວາ 2016
ກສສ
Newsleter deqp vi
Newsleter deqp vi
Newsleter deqp vi
Newsleter deqp vi
Newsleter deqp vi
Newsleter deqp vi
Newsleter deqp vi
Newsleter deqp vi

Más contenido relacionado

Más de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

Más de ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (17)

Magazines 06 2021 final
Magazines 06 2021 finalMagazines 06 2021 final
Magazines 06 2021 final
 
Magazines v2 12 2020
Magazines v2 12 2020Magazines v2 12 2020
Magazines v2 12 2020
 
Magazines 04 2021 final
Magazines 04 2021 finalMagazines 04 2021 final
Magazines 04 2021 final
 
ຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2hຫຼັກການຂຽນຂ່າວພື້ນຖານ 5 w2h
ຫຼັກການຂຽນຂ່າວພື້ນຖານ 5 w2h
 
ການວິເຄາະ 5 w2h
ການວິເຄາະ 5 w2hການວິເຄາະ 5 w2h
ການວິເຄາະ 5 w2h
 
ອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມອົງປະກອບ ແລະ ວິທີການຂຽນບົດຄວາມ
ອົງປະກອບ ແລະ ວິທີການຂຽນບົດຄວາມ
 
Guidelide green-school lao
Guidelide green-school laoGuidelide green-school lao
Guidelide green-school lao
 
Newsleter deqp x
Newsleter deqp xNewsleter deqp x
Newsleter deqp x
 
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guideເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
ເທັກນິກການຂຽນຂ່າວ ແລະ ພາດຫົວຂ່າວໃຫ້ໜ້າສົນໃຈ News guide
 
Move
MoveMove
Move
 
Newsleter iii deqp for print size 265x210l
Newsleter iii deqp for print size 265x210lNewsleter iii deqp for print size 265x210l
Newsleter iii deqp for print size 265x210l
 
Writingnews
WritingnewsWritingnews
Writingnews
 
Exwritinews
ExwritinewsExwritinews
Exwritinews
 
Newsleter Deep II
Newsleter Deep IINewsleter Deep II
Newsleter Deep II
 
Newsleter deqp
Newsleter deqpNewsleter deqp
Newsleter deqp
 
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laosຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
ຄູ່ມື ແນະນຳການສ້າງທະນາຄານຂີ້ເຫຍື້ອ Bank for wast laos
 
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
ຄູ່ມືປະຊາຊັນ ເພື່ອການຫຼຸດ, ຄັດແຍກ ແລະ ໃຊ້ປະໂຫຍດຂີ້ເຫຍື້ອຊຸມຊົນ
 

Newsleter deqp vi

  • 1. lt[a[mu 6 ,y45ok{mao;k 2016 ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂະແໜງສົ່ງເສີມຄຸນນະພາບສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ d l ld l l ຈົດໝາຍຂ່າວ
  • 2. ຄະນະຮັບຜິດຊອບ ຈົດໝາຍຂ່າວ ກສສ ຄະນະຮ່າງ ແລະ ຮຽບຮຽງ ຄະນະກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ທ່ານ ໂລນຄຳ ອາດສະນາວົງ ຮັກສາການຫົວໜ້າກົມ ທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມ ທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມ ກວດແກ້ ພະແນກຂອງກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ພະແນກສົ່ງເສີມສິ່ງແວດລ້ອມ ຈັດໜ້າອອກແບບ ພະແນກສົ່ງເສີມສິ່ງແວດລ້ອມ ທ່ານ ພຸດທະລາ ສຸກສາຄອນ ຮອງຫົວໜ້າພະແນກ ທ່ານ ນາງ ລັດຕະນະພອນ ອິນທະສານ ຮອງຫົວໜ້າພະແນກ ທ່ານ ບົວແສງປະເສິດ ພຣະສິດທິເດດ ທ່ານ ກິ່ງທອງ ສິຣິສົມພອນ ຄະນະເກັບກຳຂໍ້ມູນ ທ່ານ ນາງ ສຸກສະຫວັນ ພຸດທະລາດ ທ່ານ ນາງ ເກດສະໄໝ ແກ້ວຫານາມ ທ່ານ ນາງ ອຳໄພວັນ ພົມມະເທບ ທ່ານ ນາງ ນາລິນ ຈະເລີນສຸກ ທ່ານ ນາງ ປິກຄຳ ພັນທະວົງ ທ່ານ ບຸນທະວີ ປັນຍານຸວົງ ແຫຼ່ງຂໍ້ມູນ ຂໍຂອບໃຈເປັນຢ່າງສູງ ທີ່ໃຫ້ຂໍ້ມູນ ໃນການປະກອບສ່ວນເຂົ້າໃນຈົດໝາຍຂ່າວ ກສສ
  • 3. ສາລະບານ 1. ກອງປະຊຸມປຶກສາຫາລື ຜ່ານຮ່າງ ຄໍາແນະນໍາ ການສົ່ງເສີມ......... ການນໍາໃຊ້ ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີສະອາດ........... 1 2. ຄວາມຄືບໜ້້າຂອງການຊ່ວຍເຫຼືອ ດ້ານວິຊາການ ແລະ ງົບປະ........ ມານ ຂອງໂຄງການ ProCEEd ໃຫ້ແກ່ສະຖານີວິທະຍຸກະຈາຍ........ 4 3. ກອງປະຊຸມປຶກສາຫາລື ຮ່າງ ລັດຖະບັນຍັດ ວ່າດ້ວຍ ຄ່າອາກອນ.... ສິ່ງແວດລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານ.................. 8 4. ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ໂຄງການ ປັບຕົວເຂົ້າກັບ......... ການປ່ຽນແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ......13 5. ພະນັກງານເມືອງ ແລະ ແຂວງ ຂອງ 3 ແຂວງ ເປົາໝາຍໄດ້ຮັບ..... ການຍົກລະດັບຄວາມຮູ້ຄວາມສາມາດໃນ “ການອະນຸລັກ...........16 6. ປະຊາຊົນ3ເມືອງ3ແຂວງທີ່ເຂົ້າຮ່ວມກິດຈະກຳ“ການອະນຸລັກ..... ສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ” ............................................ 24 7. ການຈັດການຂີ້ເຫຍື້ອ ຢູ່ 4 ຕົວເມືອງ ແຂວງ ບໍລິຄຳໄຊລົງເຄື່ອນ...... ໄຫວກິດຈະກຳ ການຈັດການຂີ້ເຫຍື້ອ ໃນຊ່ວງງານບຸນຊ່ວງເຮືຶອ.....36
  • 4. 8. ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກດ້ານສິ່ງແວດລ້ອມ...... ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນປະລິມານຂີ້ເຫຍື້ອ.38 9. ການສ້າງຈິດສໍານຶກ ກ່ຽວກັບ ການຈັດການຂີ້ເຫຍື້ອ ຢູ່ທີ່ງານບຸນນະ.. ມັດສະການພະທາດຫຼວງວຽງຈັນ 2016..................................42 10. ສ້າງຂະບວນການແຂ່ງຂັນກິລາບານເຕະ ຊາຍ-ຍິງ ເພື່ອຮັບຕອນ.... ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ກສສ........................45
  • 5. 1 ປະຊຸມ ໃນຕອນເຊົ້າຂອງວັນທີ 05 ຕຸລາ 2016, ພະແນກ ເຕັກໂນໂລຊີສິ່ງແວດລ້ອມ, ກົມສົ່ງເສີມຄຸນ ນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດກອງປະຊຸມປຶກ ສາຫາລື ຜ່ານຮ່າງຄໍາແນະນໍາ ການສົ່ງເສີມການນໍາ ໃຊ້ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ສະບັບທີ I ທີ່ຫ້ອງປະ ຊຸມ ກສສ, ຊຶ່ງເປັນກອງປະຊຸມເບື້ອງຕົ້ນ ເພື່ອປຶກ ສາຫາລືພາຍໃນ, ໄດ້ຮັບກຽດເປັນປະທານ ຂອງທ່ານ ໂລນຄໍາ ອາດສະນາວົງ ຮັກສາການຫົວໜ້າ ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ ແລະ ມີແຂກຜູ້ເຂົ້າ ຮ່ວມທັງໝົດ 18 ທ່ານ ເປັນຍິງ 9 ທ່ານ ຈາກຄະນະ ກົມ, ຄະນະພະແນກ ແລະ ວິຊາການຈໍານວນໜຶ່ງ ຂອງ ກສສ. ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື ປະກອບຄໍາເຫັນໃສ່ຮ່າງໂຄງຮ່າງຄໍາແນະນໍາ ການ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ກອງປະຊຸມປຶກສາຫາລືຜ່ານຮ່າງຄໍາແນະນໍາ ການສົ່ງເສີມ ການນໍາໃຊ້ ເຕັກໂນໂລຊີສິ່ງແວດລ້ອມ, ເຕັກໂນໂລຊີສະ ອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ພາຍໃນ ກສສ.
  • 6. 2 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດລ້ອມ, ເຕັກ ໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ ສະ ບັບທີ I. ກອງປະຊຸມ ໄດ້ຮັບຟັງການສະເໜີຄວາມ ຈໍາເປັນ ແລະ ຄວາມເປັນມາຂອງການສ້າງຄໍາແນະ ນໍາ ການສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດ ລ້ອມ, ເຕັກໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດ ລ້ອມ. ໂຄງຮ່າງຄໍາແນະນໍາດັ່ງກ່າວ ແລະ ໄດ້ເປັນ ເອກະພາບກັນບາງບັນຫາທີ່ພົ້ນເດັ່ນ ເຊິ່ງສາມາດສັງ ລວມໄດ້ດັ່ງລຸ່ມນີ້: • ຄວນປ່ຽນຊື່ຂອງຮ່າງຄໍາແນະນໍາ ໃຫ້ສັ້ນກະທັດ ຮັດ ແລະ ມີເນື້ອໃນຄົບຖ້ວນ ຈາກໂຄງຮ່າງຄໍາແນະ ນໍາ ການສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດ ລ້ອມ, ເຕັກໂນໂລຊີສະອາດ ແລະ ເປັນມິດຕໍ່ສິ່ງແວດ ລ້ອມ ມາເປັນຮ່າງຄໍາແນະນໍາ ກ່ຽວກັບ ການສົ່ງເສີມ ເຕັກໂນໂລຊີສິ່ງແວດລ້ອມ; • ກອງປະຊຸມຄັ້ງນີ້ ຄວນຜ່ານສະເພາະແຕ່ຮ່າງ ໂຄງຮ່າງຄໍາແນະນໍາ, ສ່ວນເນື້ອໃນ ແມ່ນສະເໜີໃຫ້ ທິມງານວິຊາການໄປປັບປຸງຄືນໃໝ່ ແລ້ວມານໍາສະ ເໜີໃໝ່ໃນກອງປະຊຸມຄັ້ງໜ້າ; • ຄວນສຶກສາຄົ້ນຄວ້າລະອຽດ ກ່ຽວກັບ ຄໍານິຍາມ ຂອງເຕັກໂນໂລຊີສິ່ງແວດລ້ອມ; ຄວນອະທິບາຍຈະ ແຈ້ງ ແລະ ເຂົ້າໃຈງ່າຍ ສໍາລັບ ຄໍາສັບທີ່ຈະນໍາໃຊ້ເຂົ້າ ໃນຄໍາແນະນໍາດັ່ງກ່າວເຊັ່ນ:ຜູ້ຜະລິດ,ຜູ້ນໍາເຂົ້າແລະ ຜູ້ຊົມໃຊ້; • ຈຸດປະສົງຂອງຄໍາແນະນໍາຕ້ອງຊັດເຈນ,ຈະແຈ້ງ ແລະ ສົ່ງເສີມເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ ໄປຕາມທິດສີຂຽວ ແລະ ສົ່ງເສີມຄຸນນະພາບສິ່ງ ແວດລ້ອມ; • ຄວນກໍານົດຈະແຈ້ງຂົງເຂດທີ່ຈະສົ່ງເສີມ ການ ນໍາໃຊ້ເຕັກໂນໂລຊີສິ່ງແວດລ້ອມເຊັ່ນ: ກະສິກໍາ, ອຸດ ສາຫະກໍາ, ຂົນສົ່ງ, ການບໍລິການ ແລະ ອື່ນໆທີ່ກ່ຽວ
  • 7. 3 ປະຊຸມ ຂ້ອງ; • ຮ່າງຄໍາແນະນໍາ ຄວນນໍາໃຊ້ໂຄງຮ່າງເປັນເອກະ ພາບກັນກັບຄໍາແນະນໍາອື່ນໆທີ່ຮັບຮອງ ແລະ ປະ ກາດໃຊ້ແລ້ວ. • ຄວນກໍານົດລະອຽດ ກ່ຽວກັບ ຫຼັກການ ແລະ ວິທີ ການສົ່ງເສີມການນໍາໃຊ້ເຕັກໂນໂລຊີສິ່ງແວດລ້ອມ. • ຄວນກໍານົດຈະແຈ້ງຕົວຊີ້ວັດ (ອາກາດ, ດິນ, ນໍ້າ, ສຽງ, ສຸຂະພາບ) ເພື່ອຫຼຸດຜ່ອນຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແຕ່ບໍ່ ກີດກັ້ນການພັດທະນາເສດຖະກິດ-ສັງຄົມ. ໃນກອງປະຊຸມໄດ້ຂໍ້ສະຫຼຸບດັ່ງນີ້ ແມ່ນໃຫ້ ທິມງານວິຊາການສືບຕໍ່ປັບປຸງໂຄງຮ່າງຄໍາແນະນໍາ ຕາມຄໍາເຫັນຂອງກອງປະຊຸມ, ໃຫ້ຄົ້ນຄວ້າເນື້ອໃນ ປະກອບໃສ່ໂຄງຮ່າງຄໍາແນະນໍາໃຫ້ຄົບຖ້ວນ ແລະ ເໝາະສົມ,ໃຫ້ຈັດກອງປະຊຸມເພື່ອຜ່ານຮ່າງຄໍາແນະ ນໍາຄືນພາຍໃນ ກສສ ອີກເທື່ອໜຶ່ງ ກ່ອນຈະຈັດກອງ ປະຊຸມ ຜ່ານຮ່າງຄໍາແນະນໍາດັ່ງກ່າວກັບກົມ, ກອງ, ສະຖານບັນ ພາຍໃນ ກຊສ. ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 8. 4 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ຄວາມຄືບໜ້້າຂອງການຊ່ວຍເຫຼືອ ດ້ານວິຊາການ ແລະ ງົບປະມານ ຂອງໂຄງການ ProCEEd ໃຫ້ແກ່ ສະຖານີວິທະຍຸກະຈາຍສຽງ 5 ແຫ່ງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ (ກຊສ) ແລະ ໂຄງການສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (Pro- CEEd) ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ສະໜັບສະໜູນງົບປະມານ ໃຫ້ແກ່ສະຖານີວິທະຍຸກະ ຈາຍສຽງຢູ່ ສປປ ລາວ ຈຳນວນ 5 ສະຖານີ (1.ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, 2.ສະຖານີວິທະຍຸກະ ຈາຍສຽງ ເມືອງບົວລະພາ ແຂວງຄຳມ່ວນ, 3.ສະຖານີວິທະຍຸກະຈາຍສຽງ ເມືອງທ່າແຂກ ແຂວງຄຳມ່ວນ, 4.ສະຖານີວິທະຍຸກະຈາຍສຽງ ເມືອງຫົວເມືອງ ແຂວງຫົວພັນ, 5.ສະຖານີວິທະຍຸກະຈາຍສຽງ ເມືອງ ຊຳເໜືອ ແຂວງຫົວພັນ). ຈາກຜົນການສໍາຫຼວດຂໍ້ມູນ ກ່ຽວກັບ ຄວາມຮູ້, ທັດສະນະຄະຕິ ແລະ ພຶດຕິກຳ ດ້ານສິ່ງແວດລ້ອມ ຂອງໂຄງການ ProCEEd. ໃນປີ 2012 ເຫັນວ່າ ວິທະຍຸ ແລະ ໂທລະພາບ ແມ່ນເປັນແຫຼ່ງໃຫ້ຂໍ້ມູນຂ່າວສານ ສະຖານີວິທະຍຸ ເມືອງ ທ່າແຂກ ສະຖານີວິທະຍຸ ເມືອງ ບົວລະພາ ສະຖານີວິທະຍຸ ເມືອງ ຫົວເມືອງສະຖານີວິທະຍຸ ເມືອງ ຊຳເໜືອ
  • 9. 5 ປະຊຸມ ທີ່ເຊື່ອຖືໄດ້ ແລະ ນໍາໃຊ້ກັນຫຼາຍທີ່ສຸດໃນປະເທດ ເພື່ອການຮຽນຮູ້ ກ່ຽວກັບ ສິ່ງແວດລ້ອມ. ພ້ອມກັນນີ້ການ ກະຈາຍສຽງເປັນພາສາທ້ອງຖິ່ນ (ພາສາຊົນເຜົ່າ) ຍັງສາມາດເຮັດໃຫ້ລາຍການມີຄວາມໜ້າສົນໃຈຫຼາຍຂຶ້ນ ແລະ ເຂົ້າໃຈງ່າຍຂຶ້ນ. ໃນວັນທີ 7-11 ທັນວາ 2015 ທີ່ຜ່ານມາ ໄດ້ເລືອກເອົາ 5 ສະຖານີວິທະຍຸກະຈາຍສຽງ ເພື່ອມາຜະ ລິດລາຍການວິທະຍຸກະຈາຍສຽງ “ເພື່ອສິ່ງແວດລ້ອມ” ໃນຮູບແບບໃໝ່ຄື: ວາລະສານວິທະຍຸ (ການນຳສະເໜີ ຄວາມໝາຍ-ຄວາມສຳຄັນ, ການສຳພາດ, ສະປອດ (ລະຄອນສັນ) ປິດທ້າຍລາຍການ). ໃນປີ 2016 ທາງ ໂຄງການໄດ້ໃຫ້ທາງວິທະຍຸ 5 ແຫ່ງ ຜະລິດລາຍການ ຈຳນວນ 20 ເລື່ອງ 60 ຕອນ ດັ່ງລຸ່ມນີ້: ລ/ດ ເລື່ອງທີ່ຜະລິດ 3 ຕອນ/ເລື່ອງ ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດ ນະຄອນຫຼວງ 1 ປ່າໄມ້ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ ຄຸນປະໂຫຍດຂອງປ່າ ສະຖານະພາບຂອງປ່າໃນລາວ ປະຈຸບັນ ພວກເຮົາກຳລັງເຮັດຫຍັງ ເພື່ອຄຸ້ມຄອງປ່າໄມ້ 2 ສຽງຄວນຈາກສັດປ່າ ຄວາມຫຼາກຫຼາຍຂອງສັດປ່າ ໃນ ສປປ ລາວ ສາເຫດທີ່ເຮັດໃຫ້ຈຳນວນປະຊາກອນສັດປ່າຫຼຸດລົງ ແລະ ຜົນກະທົບຈາກຈຳນວນປະຊາກອນສັດປ່າຫຼຸດລົງ ການນຳໃຊ້ສັດປ່າແບບຍືນຍົງ 3 ຊີວະນາໆພັນ ຊີວະນາໆພັນກັບຊີວິດປະຈຳວັນຂອງຄົນເຮົາ ຜົນຮ້າຍຈາກການສູນເສຍຊີວະນາໆພັນໃນ ສປປ ລາວ ການເອົາໃຈໃສ່ປົກປັກຮັກສາ ແລະ ຄຸ້ມຄອງຊີວະນາໆພັນ ໃນ ສປປ ລາວ ໃຫ້ມີຄວາມຍືນຍົງ 4 ຊີວິດ ແລະ ການປ່ຽນແປງດິນຟ້າອາກາດ ດິນຟ້າອາກາດຢູ່ໃນ ສປປ ລາວ ໄດ້ມີການປ່ຽນແປງບໍ່ ຜົນຮ້າຍຈາກການປ່ຽນແປງດິນຟ້າອາກາດ ວິທີການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ສະຖານີວິທະຍຸກະຈາຍສຽງ ເມືອງທ່າແຂກ ແຂວງຄຳມ່ວນ 5 ການຄຸ້ມຄອງປ່າສະຫງວນແບບມີສ່ວນຮ່ວມ ເປັນຫຍັງປະຊາຊົນລາວທຸກຄົນຄວນມີສ່ວນຮ່ວມໃນການ ຄຸ້ມຄອງປ່າສະຫງວນ ບັນຫາທີ່ເກີດຂື້ນຢູ່ປ່າສະຫງວນ ການຮ່ວມມື້ກັນຄຸ້ມຄອງປ່າສະຫງວນ ແຫ່ງຊາດ 6 ການອະນຸລັກຊີວະນາໆພັນ ພວກເຮົາຕ້ອງການຄວາມຫຼາກຫຼາຍຂອງຊີວະນາໆພັນ ຜົນກະທົບຈາກການສູນເສຍທາງດ້ານຊະນິດພັນ ການອະນຸລັກຊີວະນາໆພັນ 7 ຊີວິດພົວພັນກັບການປ່ຽນແປງດິນຟ້າອາກາດ ການປ່ຽນແປງຂອງດິນຟ້າອາກາດ ຜົນກະທົບທາງລົບຈາກການປ່ຽນແປງດິນຟ້າອາກາດ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 10. 6 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ການປັບຕົວຂອງປະຊາຊົນ ແຂວງຄຳມ່ວນ ຕໍ່ກັບການປ່ຽນ ແປງດິນຟ້າອາກາດ 8 ສິ່ງທີ່ຫຼົງເຫຼືອຢູ່ປ່າ ສັດປ່າຢູ່ແຂວງຄຳມ່ວນຍັງອຸດົມສົມບູນຢູ່ບໍ ສິ່ງທີມີຊີວິດຢູ່ປ່າບໍ່ມີວັນໝົດເປັນ ຊ່ວຍໃຫ້ສິ່ງທີ່ມີຊີວິດຄົງຢູ່ໃນທຳມະຊາດ ສະຖານີວິທະຍຸກະຈາຍສຽງ ເມືອງບົວລະພາ ແຂວງຄຳມ່ວນ 9 ປ່າໄມ້ໃນເມືອງເຮົາ ຄຸນປະໂຫຍດຂອງປ່າໄມ້ ຜົນຮ້າຍຈາກການຕັດໄມ້ທຳລາຍປ່າ ການຄຸ້ມຄອງປ່າແບບມີສ່ວນຮ່ວມ 10 ການປ່ຽນແປງດິນຟ້າອາກາດໃນເມືອງເຮົາ ອາກາດໃນເມືອງເຮົາ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ການປັບຕົວຂອງປະຊາຊົນຕໍ່ກັບການປ່ຽນແປງດິນຟ້າອາ ກາດໃນເມືອງບົວລະພາ 11 ຄວາມຫຼາກຫຼາຍຂອງຊີວະນາໆພັນ ຄວາມຫຼາກຫຼາຍຂອງຊີວະນາໆພັນ ຜົນຮ້າຍຈາກການລ່າຂາແດງສັດປ່າທີ່ໃກ້ຈະສູນພັນ ການຄຸ້ມຄອງຊີວະນາໆພັນ 12 ສິ່ງທີ່ມີຊີວິດໃນປ່າ ຄຸນປະໂຫຍດຂອງສັດປ່າ ສາເຫດ ແລະ ຜົນກະທົບຈາກການຊື້-ຂາຍສັດປ່າ ການອະນຸລັກສັດປ່າພາຍໃນເມືອງບົວລະພາ ສະຖານີວິທະຍຸກະຈາຍສຽງ ເມືອງຊຳເໜືອ ແຂວງຫົວພັນ 13 ການຄຸ້ມຄອງປ່າສະຫງວນ ແຫ່ງຊາດ ແບບມີ ສ່ວນຮ່ວມ ພວກເຮົາຈຳເປັນຕ້ອງມີປ່າສະຫງວນ ແຫ່ງຊາດບໍ່ ປ່າສະຫງວນ ແຫ່ງຊາດ ກັບກິດຈະກຳຂອງຄົນເຮົາ ກິດຈະກຳການຄຸ້ມຄອງປ່າສະຫງວນ ແຫ່ງຊາດ 14 ການອະນຸລັກສິ່ງທີ່ມີຊີວິດໃນປ່າ ຄວາມສຳຄັນຂອງສິ່ງທີ່ມີຊີວິດໃນປ່າຕໍ່ຄົນຫົວພັນ ກິດຈະກຳຫຼັກທີ່ເຮັດໃຫ້ສິ່ງທີ່ມີຊີວິດໃນປ່າຫຼຸດລົງ ພວກເຮົາຈະອະນຸລັກສິ່ງທີ່ມີຊີວິດໃນປ່າໄດ້ແນວໃດ 15 ການປ່ຽນແປງຂອງດິນຟ້າອາກາດ ການປ່ຽນແປງຂອງດິນຟ້າອາກາດແມ່ນຫຍັງ ຜົນເສຍຫາຍຂອງການປ່ຽນແປງດິນຟ້າອາກາດ ການປັບຕົວຂອງຄົນກັບການປ່ຽນແປງດິນຟ້າອາກາດ 16 ຄົນວຽງໄຊກັບຊີວະນາໆພັນ ເມືອງວຽງໄຊອຸດົມສົມບູນໄປດ້ວຍຊີວະນາໆພັນ ສາເຫດທີ່ເຮັດໃຫ້ຊີວະນາໆພັນສູນເສຍຢູ່ເມືອງວຽງໄຊ ຄົນວຽງໄຊຄວນມີສ່ວນຮ່ວມໃນການອະນຸລັກຊີວະນາໆ ພັນ ສະຖານີວິທະຍຸກະຈາຍສຽງ ເມືອງຫົວເມືອງ ແຂວງຫົວພັນ
  • 11. 7 ປະຊຸມ 17 ຊີວິດສົດໃສໄປກັບປ່າສະຫງວນ ແຫ່ງຊາດ ຜົນປະໂຫຍດຂອງປ່າສະຫງວນ ແຫ່ງຊາດ ຕໍ່ຊີວິດປະຊາ ຊົນ ຜົນຮ້າຍຈາກການປຸກລຸກເຂດປ່າສະຫງວນ ແຫ່ງຊາດ ວີທີແກ້ໄຂການບຸກລຸກເຂດປ່າສະຫງວນ 18 ຊີວະນາໆພັນ ເພື່ອອະນາຄົດ ຄວາມສຳຄັນຂອງຊີວະນາໆພັນຕໍ່ກັບປະຊາຊົນ ເມືອງຫົວ ເມືອງ ສາເຫດຂອງການສູນເສຍຊີວະນາໆພັນ ຄວາມເປັນເຈົ້າການຕໍ່ຊີວະນາໆພັນ 19 ການປ່ຽນແປງດິນຟ້າອາກາດ ດິນຟ້າອາກາດປ່ຽນແປງຢູ່ ເມືອງຫົວເມືອງ ຜົນກະທົບຈາກດິນຟ້າອາກາດປ່ຽນແປງຢູ່ ເມືອງຫົວເມືອງ ການປັບຕົວຂອງປະຊາຊົນເມືອງຫົວເມືອງຕໍ່ກັບຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ 20 ມະນຸດເພື່ອນຂອງສັດ ຄຸນຄ່າຂອງສັດປ່າຕໍ່ປະຊາຊົນ ເມືອງຫົວເມືອງ ຜົນຮ້າຍຂອງການລ່າສັດປ່າແບບຜິດກົດໝາຍ ວິທີແກ້ໄຂການລ່າສັດປ່າແບບຜິດກົດໝາຍ ໝາຍເຫດ:ລາຍການຜະລິດຂອງສະຖານີວິທະຍຸກະຈາຍສຽງ5ແຫ່ງແມ່ນໃນປະຈຸບັນສຳເລັດໄປແລ້ວ90% ຄາດຫວັງວ່າຈະໃຫ້ສຳເລັດໃນທ້າຍເດືອນ ມັງກອນ ປີ 2017 ຕາຕະລາງວັນ/ເວລາອອກອາກາດແຕ່ລະສະຖານີວິທະຍຸກະຈາຍສຽງ ລ / ດ ສະຖານີວິທະຍຸກະຈາຍສຽງ ວັນ/ເວລາອອກອາກາດ 1 ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດ ໃນວັນຈັນ ເວລາ 8:00-8:30 ນາທີ FM 95.5 Mhz 2 ສະຖານີວິທະຍຸກະຈາຍສຽງ ເມືອງບົວລະພາ ໃນວັນຈັນ-ວັນສຸກ ເວລາ 7:15-7:30 FM 102 Mhz 3 ສະຖານີວິທະຍຸກະຈາຍສຽງ ເມືອງທ່າແຂກ ໃນວັນເສົາ-ວັນທິດ ເວລາ 9:00-9:30 ແລະ 18:00-18:30 ນາທີ FM 95.5 Mhz 4 ສະຖານີວິທະຍຸກະຈາຍສຽງ ເມືອງຫົວເມືອງ ໃນວັນສຸກ ເວລາ 17:00-17:15 ນາທີ FM 95.5 Mhz 5 ສະຖານີວິທະຍຸກະຈາຍສຽງ ເມືອງຊຳເໜືອ ພາສາລາວ ໃນວັນພະຫັດ ເວລາ 16:45-17:00 ນາທີ ພາສາກຶມມຸ ໃນວັນພະຫັດ ເວລາ 18:15-18:30 ນາທີ ພາສາມົ້ງ ໃນວັນເສົາ ເວລາ 17:45-18:00 ນາທີ FM 95.5 Mhz ນອກຈາກນີ້ໂຄງການ proCEEd ຍັງໄດ້ໃຫ້ການສະໜັບສະໜູນ ສະຖານີໂທລະພາບ ແຫ່ງຊາດ ໃນການຜະລິດລາຍການ “ເພື່ອສິ່ງແວດລ້ອມ” ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 12. 8 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ກອງປະຊຸມປຶກສາຫາລື ຮ່າງ ລັດຖະບັນຍັດ ວ່າດ້ວຍ ຄ່າອາກອນສິ່ງແວດລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານອຸດສາ ຫະກຳ
  • 13. 9 ປະຊຸມ ໃນວັນທີ 27 ຕຸລາ 2016, ພະແນກຄຸມຄອງສິ່ງແວດລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ໄດ້ຈັດກອງປະຊຸມປຶກສາຫາລືຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ໂລນຄຳ ອາດສະ ນາວົງ, ຮັກສາການຫົວໜ້າກົມ ສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ມີແຂກເຂົ້າຮ່ວມທັງໝົດ 24 ທ່ານ ມາຈາກພາກສ່ວນກ່ຽວຂ້ອງພາຍໃນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາຜູ້ຕາງ ໜ້າຈາກຂະແໜງການກ່ຽວຂ້ອງ (ກະຊວງ ການເງິນ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ພະນັກງານ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ). ປະທານກອງປະຊຸມໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນຂອງວຽກງານປົກປັກຮັກສາສິ່ງແວດ ລ້ອມ ເປັນຕົ້ນ ການເພີ່ມທະວີວຽກງານສ້າງກົນໄກຕ່າງໆພາຍໃຕ້ ກົດໝາຍ ວ່າດ້ວຍ ປົກປັກຮັກສາສິ່ງແວດ ລ້ອມ (ສະບັບປັບປຸງ) ໃຫ້ເຂັ້ມແຂງ ເພື່ອປ້ອງກັນ ແລະ ແກ້ໄຂ ບັນຫາສິ່ງແວດລ້ອມ. ກອງປະຊຸມນີ້ ແມ່ນມີ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 14. 10 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ຄວາມສຳຄັນໃນການປຶກສາຫາລື ແລະ ປະກອບຄຳ ຄິດຄຳເຫັນໃສ່ ຮ່າງລັດຖະບັນຍັດ ອາກອນສິ່ງແວດ ລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານອຸດ ສາຫະກຳ ແລະ ເພື່ອຄວາມເປັນເອກະພາບກັນ ໃນ ການກຳນົດວິທີການຄິດໄລ່, ການເກັບ ແລະ ການຄຸ້ມ ຄອງ ອັດຕາອາກອນສິ່ງແວດລ້ອມ. ເຊິ່ງເປັນເຄື່ອງ ມືໜຶ່ງທີ່ສຳຄັນ ໃນການປ່ຽນແປງພຶດຕິກຳການປ່ອຍ ມົນລະພິດລົງສູ່ສິ່ງແວດລ້ອມ ແລະ ທັງເປັນການສ້າງ ແຫຼ່ງລາຍຮັບໜຶ່ງທີ່ເປັນລາຍຮັບຂອງລັດ ເພື່ອການບູ ລະນະຟຶ້ນຟູ, ປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດ ລ້ອມ. ກອງປະຊຸມປຶກສາຫາລື ແລະ ປະກອບຄຳ ຄິດຄຳເຫັນໃສ່ ຮ່າງລັດຖະບັນຍັດ ວ່າດ້ວຍ ອາກອນ ສິ່ງແວດລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງ ງານອຸດສາຫະກຳ ໄດ້ເຫັນດີຕົກລົງເປັນເອກະພາບ ກັນ ແລະ ມີຂໍ້ສະເໜີຕ່າງໆ ດັ່ງນີ້: 1. ກອງປະຊຸມ ຕົກລົງເຫັນດີ ຊື່ລັດຖະບັນຍັດ ໃຫ້ ເປັນ ລັດຖະບັນຍັດ ວ່າດ້ວຍ ຄ່າອາກອນສິ່ງແວດ ລ້ອມ ສຳລັບ ການປ່ອຍນຳ້ເປື້ອນຈາກໂຮງງານອຸດ ສາຫະກຳ. 2. ສະເໜີປັບປຸງບາງມາດຕາຄື: ມາດຕາ 2 ອັດຕາ ການປ່ອຍນຳ້ເປື້ອນ ຊຶ່ງແມ່ນນຳ້ເປື້ອນທີ່ປ່ອຍອອກ ໄດ້ມາດຕະຖານສິ່ງແວດລ້ອມແຫ່ງຊາດ ແລະ ມາດ ຕາ 4 ຫຼັກການ ເພື່ອໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈຢ່າງຈະແຈ້ງຂຶ້ນຕື່ມ, ມາດຕາ 9 ຄວາມຖີ່ໃນ ການສຸ່ມຕົວຢ່າງ ຂອງການປ່ອຍນຳ້ເປື້ອນ. 3. ໄດ້ປັບປຸງບາງຄຳສັບຂອງ ຮ່າງລັດຖະບັນຍັດ ເພື່ອໃຫ້ມີເນື້ອໃນກະທັດຮັດ ແລະ ຊັດເຈນກວ່າເກົ່າ. 4. ກອງປະຊຸມເຫັນດີ ຕໍ່ການກຳນົດຄ່າການປ່ອຍ ນຳ້ເປື້ອນ ໂດຍບໍ່ມີໂລຫະໜັກ ແລະ ມີໂລຫະໜັກ ຢ່າງໜ້ອຍ 1 ຢ່າງ ທີ່ໂຮງງານຕ້ອງເສຍແບບຄົງທີ່.
  • 16. 12 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມໄດ້ຈັດ ຕັ້ງປະຕິບັດ ໂຄງການ ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ (Climate Change Adaptation in Wetland Area in Lao PDR (CAWA)) ເຊິ່ງ ໂຄງການດັ່ງກ່າວ ແມ່ນໂຄງການ ຮ່ວມມື ລະຫວ່າງ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ໃນນາມກອງ ເລຂາຄະນະຊີ້ນຳລະດັບຊາດໃນການຄຸ້ມຄອງເຂດ ດິນບໍລິເວນນຳ້ຣາມຊາ ຢູ່ ສປປ ລາວ (ເຂດດິນບໍລິ ເວນນຳ້ຣາມຊາ ເຊຈຳພອນ ແຂວງ ສະຫວັນນະເຂດ ແລະ ເຂດດິນບໍລິເວນນຳ້ຣາມຊາ ບຶງກຽດໂງ້ງ ແຂວງ ຈຳປາສັກ) ທັງເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ຮ່ວມກັບ ອົງການອາຫານ ແລະ ການກະເສດ (FAO), ອົງການສາກົນ ເພື່ອການອະນຸ ລັກ (IUCN) ໃນການຈັດຕັ້ງປະຕິບັດໂຄງການ. 1. ການຈັດຕັ້ງວຽກງານຜ່ານມາ: • ສຳເລັດ ການແຕ່ງຕັ້ງ ບຸກຄົນເຂົ້າໃນ ຄະນະຊີ້ນຳ ແລະ ຄຸ້ມຄອງໂຄງການ ປັບຕົວເຂົ້າກັບການປ່ຽນ ແປງດິນຟ້າອາກາດ ໃນເຂດດິນບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ (CAWA). • ໄດ້ປະກອບ ຊ່ຽວຊານ, ບຸກຄະລາກອນ ເຂົ້າໃນ ການຈັດຕັ້ງປະຕິບັດໂຄງການສຳເລັດ ຕາມຂໍ້ມູນ ເອກະສານໂຄງການ, ຫ້ອງການໂຄງການ ແລະ ອຸປະ ກອນຮັບໃຊ້ຫ້ອງການ ຂັ້ນສູນກາງ ແລະ ທ້ອງຖິ່ນ. • ຄະນະຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ຂັ້ນສູນກາງ ໄດ້ລົງເຄື່ອນໄຫວປຶກສາຫາລື ຮ່ວມກັບ ຂັ້ນທ້ອງຖິ່ນ ໃນການເກັບກຳຂໍ້ມູນພື້ນຖານ ແລະ ສະ ພາບພື້ນທີ່ ໃນເຂດດິນບໍລິເວນນໍ້າດັ່ງກ່າວ ເພື່ອປະ ກອບເຂົ້າແຜນວຽກລະອຽດຂອງໂຄງການ ໃນປີທີ 1 2, 3 ແລະ ປີທີ 4 (ເຂດດິນບໍລິເວນນຳ້ຣາມຊາ ເຊຈຳ ພອນແຂວງສະຫວັນນະເຂດປະກອບດ້ວຍ15ບ້ານ ເປົ້າໝາຍ ແລະ ເຂດດິນບໍລິເວນນຳ້ ຣາມຊາ ບຶງກຽດ ຄວາມຄືບໜ້າ ການຈັດຕັ້ງປະ ກັບການປ່ຽນແປງດິນຟ້າອາກ ຣາມຊາຢູ່ ສປປ ລາວ (CAW
  • 17. 13 ປະຊຸມ ະຕິບັດ ໂຄງການ ປັບຕົວເຂົ້າ ກາດ ໃນເຂດດິນບໍລິເວນນໍ້າ WA Project) ໂງ້ງ ແຂວງ ຈຳປາສັກ ປະກອບ ດ້ວຍ 8 ໝູ່ບ້ານ). • ລົງສຶກສາ ແລະ ຖອນຖອນບົດຮຽນ ການຈັດຕັ້ງ ປະຕິບັດໂຄງການທີ່ຄ້າຍຄືກັນທີ່ເມືອງໄຊບູລີແຂວງ ສະຫວັນນະເຂດ “ໂຄງການຫຼຸດຜ່ອນຄວາມສ່ຽງໄພ ພິບັດ ຂະແໜງ ກະສິກຳ” ເພື່ອກຳນົດເປັນບ້ານທົດ ລອງ ໃນການຈັດຕັ້ງປະຕິບັດໂຄງການ. • ສຳເລັດ ກອງປະຊຸມລິເລີ່ມການຈັດຕັ້ງປະຕິບັດ ໂຄງການຂັ້ນສູນກາງ ໃນວັນທີ 13 ກັນຍາ 2016 ທີ່ ໂຮງແຮມເມີກ້ຽວ(Mercure),ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມ ຜູ້ຕາງໜ້າຈາກກົມ, ກອງ ອ້ອມ ຂ້າງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ, ຜູ້ຕາງໜ້າຈາກກະຊວງ ກະສິກໍາ ແລະ ປ່າໄມ້, ກະຊວງ ແຜນການ ແລະ ການລົງທຶນ, ກະ ຊວງ ການເງິນ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ປ່າ ໄມ້ ແຂວງ ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ, ຜູ້ຕາງໜ້າຈາກອົງການ ອາຫານ ແລະ ການກະເສດ (FAO), ອົງການສາກົນ ເພື່ອການອະນຸລັກທໍາມະ ຊາດ (IUCN), ທະນາຄານໂລກ (World Bank) ແລະ ອົງການ ສາກົນຕ່າງໆ ເຂົ້າຮ່ວມ. • ສຳເລັດ ກອງປະຊຸມ ລິເລີມໂຄງການດັ່ງກ່າວຂັ້ນ ທ້ອງຖິ່ນທີ່ ແຂວງ ສະຫວັນນະເຂດ ໃນວັນທີ 20 ກັນຍາ 2016 ທີ່ໂຮງແຮມ ຮຸ່ງທິບ, ແຂວງ ສະຫວັນ ນະເຂດ ໂດຍການເຂົ້າຮ່ວມ ຂອງຄະນະຊີ້ນຳ ແລະ ຄຸ້ມຄອງໂຄງການຂັ້ນທ້ອງຖິ່ນ ແຂວງ ສະຫວັນນະ ເຂດ ແລະ ແຂວງຈຳປາສັກ. 2. ວຽກງານໃນຕໍ່ໜ້າ: ສືບຕໍ່ຈັດຕັ້ງປະຕິບັດໂຄງການຕາມແຜນກິດ ຈະກຳ ທີ່ໄດ້ກຳນົດໄວ້ໃນເອກະສານໂຄງການ, ຈາກ ການລົງພື້ນທີ່ຕົວຈິງ ແລະ ຈາກການປຶກສາຫາລື ໃນ ກອງປະຊຸມລິເລີ່ມໂຄງການ ຂັ້ນສູນກາງ ແລະ ທ້ອງ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 18. 14 ປະຊຸມ ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ຖິ່ນ ເຊິ່ງກິດຈະກຳໃນປີທີ 1 ປະກອບດ້ວຍກິດຈະກຳ ຫຼັກໆດັ່ງນີ້: • ສ້າງເຄື່ອງມືທົດລອງ ໃນການປະເມີນຄວາມສ່ຽງ ໄພພິບັດຈາກການປ່ຽນແປງດິນຟ້າອາກາດ; • ຈັດຝຶກອົບຮົມ ກ່ຽວກັບ ການປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ ແລະ ການປະເມີນຄວາມ ສ່ຽງຈາກໄພພິບັດ; • ດຳເນີນການປະເມີນຄວາມສ່ຽງຈາກໄພພິບັດ ຢູ່ 2 ເຂດດິນບໍລິເວນນໍ້າຣາມຊາ: ເຊຈຳພອນ ແລະ ບຶງກຽດໂງ້ງ; • ສຶກສາຜົນກະທົບຈາກການປ່ຽນແປງດິນຟ້າອາ ກາດ ຢູ່ໃນ 2 ເຂດດິນບໍລິເວນນໍ້າຣາມຊາ; • ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງເຂດດິນບໍ ລິເວນນໍ້າຣາມຊາ ແລະ ການບໍລິຫານຈັດການ ໃນ ການນຳໃຊ້ຊັບພະຍາກອນທຳມະຊາດ; • ການລົງທຶນໂດຍກົງຕໍ່ກັບຍຸດທະສາດໃນການ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.
  • 20. ເຫດການ ພະນັກງານເມືອງ, ແຂວງ ຂອງ 3 ແຂວງ ເປົ່າໝາຍ ໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດໃນ “ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ” ເພື່ອປົກປັກຮັກສາຊີວະນາໆພັນ ແລະ ລະບົບນິເວດຂອງພວກມັນໃຫ້ອຸດົມສົມບູນ ເພື່ອຮັບປະກັນ ຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການສຳລັບຄົນລຸ້ນໃນປະຈຸບັນແລະລຸ້ນຕໍ່ໄປ.ພະແນກສົ່ງ ເສີມສິ່ງແວດລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ລົງເຄື່ອນໄຫວວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ 16 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 21. ເຫດການ 17ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ພາຍໃຕ້ຫົວຂໍ້: ‘‘ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ’’ ເລີ່ມແຕ່ວັນທີ 26 ກັນຍາ - 23 ທັນວາ ປີ 2016 ໃນ 6 ເມືອງ 3 ແຂວງ (ເມືອງ ຊຳເໜືອ, ເມືອງ ຫົວເມືອງ ແຂວງ ຫົວພັນ. ເມືອງ ໄຊຍະບູລີ, ເມືອງ ພຽງ ແຂວງ ໄຊຍະບູລີ. ແລະ ເມືອງ ທ່າແຂກ, ເມືອງ ບົວລະພາ ແຂວງ ຄຳມ່ວນ). ໂດຍໄດ້ຮັບການ ສະໜັບສະໜູນ ຂອງໂຄງການ ສົ່ງເສີມການສຶກສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ (ProCEEd). • ເມືອງຊຳເໜືອ ແລະ ເມືອງຫົວເມືອງ ແຂວງ ຫົວພັນ ໃນວັນທີ 26-30 ກັນຍາ 2016 ໄດ້ລົງເຮັດກິດຈະກຳຄັ້ງນີ້ ເພື່ອສ້າງຈິດສຳນຶກ ແລະ ແລກປ່ຽນ ຂໍ້ມູນຂ່າວສານ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ, ເພື່ອໃຫ້ຮູ້ເຖິງປະໂຫຍດ, ໄພຂົ່ມຂູ່ ແລະ ລະບຽບກົດໝາຍ ໃນການຄຸ້ມຄອງສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ. ມີພະນັກງານລັດທີ່ມາຈາກຫ້ອງ ການ, ພະແນກຕ່າງໆອ້ອມຂ້າງເທດສະບານເມືອງ ແລະ ແຂວງ. (ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວ ວັດທະນະທຳ ທ່ອງທ່ຽວ, ໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,
  • 22. ເຫດການ ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ຫ້ອງວ່າການປົກຄອງ, ສະຫະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ, ແນວລາວສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບ (ປກສ), ກອງກຳລັງປ້ອງ ກັນປະເທດ (ປກຊ)) ການລົງເຮັດກິດຈະກຳ ກ່ຽວກັບ ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ, ແມ່ນມີຜູ້ເຂົ້າຮ່ວມ ທັງໝົດ 137 ທ່ານ ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າຮ່ວມເພີ່ມຂຶ້ນໃນເມື່ອກ່ອນ 26 ທ່ານ ຈາກກິດຈະກຳໃນວັນທີ 23-27 ພຶດສະພາ 2016. 18 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 23. ເຫດການ 19ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ • ເມືອງ ໄຊຍະບູລີ ແລະ ເມືອງ ພຽງ ແຂວງ ໄຊຍະບູລີ ໃນວັນທີ 24-28 ຕຸລາ 2016 ໄດ້ລົງເຮັດກິດຈະກຳຄັ້ງນີ້ ເພື່ອສ້າງຈິດສຳນຶກ ແລະ ແລກປ່ຽນຂໍ້ມູນ ຂ່າວສານ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ, ເພື່ອໃຫ້ຮູ້ເຖິງປະໂຫຍດ, ໄພຂົ່ມຂູ່ ແລະ ລະບຽບກົດໝາຍ ໃນການຄຸ້ມຄອງສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ. ມີພະນັກງານລັດທີ່ມາຈາກຫ້ອງການ, ພະແນກຕ່າງໆອ້ອມຂ້າງເທດສະບານເມືອງ ແລະ ແຂວງ. (ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວວັດທະ ນະທຳ ທ່ອງທ່ຽວ, ໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່, ສາທາລະ ນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ຫ້ອງວ່າການປົກຄອງ, ສະຫະພັນແມ່ຍິງ, ຊາວໜຸ່ມ, ກຳມະບານ, ແນວລາວສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບ (ປກສ), ກອງກຳລັງປ້ອງກັນປະເທດ (ປກຊ)) ການລົງເຮັດກິດຈະກຳ ກ່ຽວກັບ ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ, ແມ່ນມີຜູ້ເຂົ້າຮ່ວມ ທັງໝົດ 188 ທ່ານ ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າຮ່ວມເພີ່ມຂຶ້ນໃນເມື່ອກ່ອນ 13 ທ່ານ ຈາກກິດຈະກຳໃນວັນທີ 14-18 ມີນາ 2016.
  • 24. ເຫດການ • ເມືອງທ່າແຂກ ແລະ ເມືອງບົວລະພາ ແຂວງ ຄຳມ່ວນ ໃນວັນທີ 19-32 ທັນວາ 2016 ໄດ້ລົງເຮັດກິດຈະກຳຄັ້ງນີ້ ເພື່ອສ້າງຈິດສຳນຶກ ແລະ ແລກປ່ຽນຂໍ້ມູນ ຂ່າວສານ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ, ເພື່ອໃຫ້ຮູ້ເຖິງປະໂຫຍດ, ໄພຂົ່ມຂູ່ ແລະ ລະບຽບກົດໝາຍ ໃນການຄຸ້ມຄອງສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ. ມີພະນັກງານລັດທີ່ມາຈາກຫ້ອງການ, ພະແນກຕ່າງໆອ້ອມຂ້າງເທດສະບານເມືອງ ແລະ ແຂວງ. (ສຶກສາທິການ ແລະ ກິລາ, ຖະແຫຼງຂ່າວວັດທະ ນະທຳ ທ່ອງທ່ຽວ, ໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແຜນການ ແລະ ການລົງທຶນ, ພະລັງງານ ແລະ ບໍ່ແຮ່, ສາທາ ລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ຍຸຕິທຳ, ຫ້ອງວ່າການປົກຄອງ, ສະຫະພັນແມ່ຍິງ, ຊາວຫນຸ່ມ, ກຳມະບານ, ແນວລາວສ້າງຊາດ, ກອງກຳລັງປ້ອງກັນຄວາມສະຫງົບ (ປກສ), ກອງກຳລັງປ້ອງກັນປະເທດ (ປກຊ)). ການລົງເຮັດກິດຈະກຳ ກ່ຽວກັບ ການອະນຸລັກສິ່ງທີມີຊີວິດໃນປ່າຢູ່ ສປປ ລາວ, ແມ່ນມີຜູ້ເຂົ້າຮ່ວມ ທັງໝົດ 137 ທ່ານ ເຊິ່ງເຫັນໄດ້ວ່າມີຜູ້ເຂົ້າຮ່ວມເພີ່ມຂຶ້ນໃນເມື່ອກ່ອນ 26 ທ່ານ ຈາກກິດຈະກຳໃນວັນທີ 25-29 ເມສາ 2016. 20 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 25. ເຫດການ 21ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ການດຳເນີນກິດຈະກຳໄດ້ແບ່ງອອກເປັນ 2 ພາກຄື: ພາກເຊົ້າ ເລີ່ມແຕ່ 8:30-12:00 ໂມງ ແລະ ພາກບ່າຍ ເລີ່ມແຕ່ 14:00-16:00 ໂມງ ໂດຍນຳໃຊ້ວິທີການດັ່ງນິ້: • ທົບທວນກິດຈະກຳເກົ່າທີ່ເຄື່ອນໄຫວໃນເທື່ອກ່ອນ. • ຫຼິ້ນເກມຕໍ່ພາບ (ເກມຈິກຊໍ) ເພື່ອເຊື່ອມໂຍງເຂົ້າກິດຈະກຳຕໍ່ໄປຄື 10 ຄວາມຈິງ ໃນການອະນຸລັກສິ່ງ ທີ່ມີຊີວິດໃນປ່າຢູ່ ສປປ ລາວ ໂດຍໄດ້ແບ່ງຜູ້ເຂົ້າຮ່ວມອອກເປັນ 2 ກຸ່ມຄື ກຸ່ມທີ 1 ຈະຕໍ່ເລກຄິກແຕ່ 1,3, 5,7,9 ແລະ ກຸ່ມທີ 2 ຈະຕໍ່ເລກຄູ່ແຕ່ 2,4,6,8,10 ຈາກນັ້ນໃຫ້ຜູ້ເຂົ້າຮ່ວມອະທິບາຍ ກ່ຽວກັບ ພາບທີ່ ຕົນຕໍ່.
  • 26. ເຫດການ • ນຳສະເໜີ ໂຟສເຕີ້ 10 ຄວາມຈິງ ກ່ຽວກັບ ການອະນຸລັກສິ່ງທີ່ມີຊີວິດໃນປ່າຢູ່ ສປປ ລາວ (1. ສິ່ງທີ່ມີ ຊີວິດໃນປ່າ ໝາຍເຖິງ ສັດ ແລະ ພືດ ທີ່ເກີດຂຶ້ນຕາມທຳມະຊາດ (ບໍ່ໄດ້ລ້ຽງ ຫຼື ປູກເອົາ). 2. ປະເທດລາວ ເປັນທີ່ຢູ່ອາໃສໃຫ້ແກ່ສັດປ່າຫຼາກຫຼາຍຊະນິດ. 3. ຄົນລາວປົກປັກຮັກສາສິ່ງທີ່ມີຊີວິດໃນປ່າ ຍ້ອນເຫດຜົນ ຫຼາຍປະການ. 4. ສິ່ງທີ່ມີຊີວິດໃນປ່າຂອງປະເທດລາວ ກຳລັງຕົກຢູ່ໃນອັນຕະລາຍ. 5. ການຄ້າຂາຍສິ່ງທີ່ມີ ຊີວິດຢູ່ໃນປ່າ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດຫຼາຍຊະນິດ. 6. ການສູນເສຍສິ່ງທີ່ມີຊີວິດໃນ ປ່າມີຜົນກະທົບຕໍ່ການດຳລົງຊີວິດຂອງຄົນ. 7. ການລ່າສັດປ່າແບບບໍ່ຍືນຍົງ ເຮັດໃຫ້ລະບົບນິເວດບໍ່ມີຄວາມ ສົມດູນ. 8. ການລ່າ ແລະ ຄ້າຂາຍ ສິ່ງທີ່ມີຊີວິດໃນປ່າ ແມ່ນຖືກຄວບຄຸມດ້ວຍກົດໝາຍ ແລະ ລະບຽບ ການ. 9. ການອະນຸລັກສິ່ງທີ່ມີຊີວິດໃນປ່າ ແມ່ນອີງໃສ່ການປົກປັກຮັກສາທີ່ຢູ່ອາໄສ. 10. ກົດລະບຽບທີ່ເຂັ້ມ ແຂງ ສາມາດປົກປ້ອງ ສິ່ງທີ່ມີຊີວິດໃນປ່າໄດ້). ຫຼັງຈາກນັ້ນກໍ່ເປີດໂອກາດຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດ ຄວາມເຫັນ ໂດຍການ ຖາມ-ຕອບ ບາງຂໍ້ມູນທີ່ຍັງຂ້ອງຄາໃຈ ຫຼື ຍັງບໍ່ເຂົ້າໃຈລະອຽດ. 22 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 27. ເຫດການ 23ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ • ການຫຼິ້ນເກມ: ຄວາມຈຳ (ເກມຈັບຄູ່) ໂດຍໃຫ້ຜູ້ເຂົ້າຮ່ວມຈັບພາບຂຶ້ນມາຄົນລະ 2 ພາບ ໃຫ້ໄດ້ຮູບພາບ ທີ່ຄືກັນເທື່ອລະຄົນ ເມື່ອຜູ້ເຂົ້າຮ່ວມຈັບໄດ້ພາບເຂົ້າຄູ່ກັນແລ້ວ ແມ່ນຈະອະທິບາຍ ກ່ຽວກັບ ພາບ (ລັກສະນະ ຂອງສັດປ່າ, ສະຖານທີ່ພົບ ແລະ ສັດດັ່ງກ່າວຕົກຢູ່ໃນບັນຊີໃດຂອງສັດນ້ຳ-ສັດປ່າ). • ປິດທ້າຍດ້ວຍການສະແດງລະຄອນສັນທີ່ມີຊື່ວ່າ: “ແມ່ນໃຜ” ເນື້ອໃນຂອງບົດລະຄອນສະແດງເຖິງການ ລັກລອບຕັດໄມ້ ແລະ ການລ່າສັດທີ່ຜິດກົດໝາຍ ສຸດທ້າຍຈະສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາ ຊົນພາຍໃນບ້ານ.
  • 28. ເຫດການ ປະຊາຊົນ 3 ເມືອງ 3 ແຂວງ ທີ່ເຂົ້າຮ່ວມ ກິດຈະກຳ“ການອະນຸລັກສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ” ຜ່ານມາຂອງໂຄງການສົ່ງ ເສີມການສຶກສາສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດ ເລີ່ມແຕ່ເດືອນ 9 ຫາ ເດືອນ 12 ປີ 2016. ເພື່ອໃຫ້ຊັບພະຍາກອນທຳມະຊາດຍືນຍົງ ແລະ ນຳໃຊ້ຈົນຊົ່ວລູກຊົ່ວຫຼານ ພະແນກສົ່ງເສີມສິ່ງແວດ ລ້ອມ, ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ຈຶ່ງໄດ້ລົງເຮັດກິດຈະກຳ ເພື່ອໃຫ້ປະຊາຊົນ ແລະ ຊາວໜຸ່ມ ທີ່ອາໄສໃກ້ເຂດປ່າສະຫງວນ ຮູ້ເຖິງຄວາມໝາຍຄວາມສຳຄັນຂອງພັນພືດ, ພັນສັດ ແລະ ເຄື່ອງປ່າຂອງດົງ ໃຫ້ຫຼາຍຂຶ້ນ.ເພື່ອສ້າງຈິດສຳນຶກໃຫ້ປະຊາຊົນຮູ້ຄຸນປະໂຫຍດແລະວິທີການໃນການອະນຸລັກສິ່ງທີມີຊີວິດໃນ ປ່າ ໂດຍສະເພາະ ພືດ ແລະ ສັດປ່າ ທີ່ໃກ້ຈະສູນພັນ ດັ່ງນັ້ນຈະຕ້ອງມີການຄຸ້ມຄອງພືດ ແລະ ສັດປ່າ ໃຫ້ມີ 24 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 29. ເຫດການ 25ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ຄວາມຍືນຍົງ ແລະ ເພື່ອເປັນການເຜີຍແຜ່ ແລະ ແລກປ່ຽນຄວາມຮູ້ 10 ຄວາມຈິງ ກ່ຽວກັບ ການອະນຸລັກ ສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ. (1. ສິ່ງທີ່ມີຊີວິດໃນປ່າ ໝາຍເຖິງ ສັດ ແລະ ພືດ ທີ່ເກີດຂຶ້ນຕາມທຳມະຊາດ (ບໍ່ໄດ້ລ້ຽງ ຫຼື ປູກເອົາ). 2. ປະເທດລາວເປັນທີ່ຢູ່ອາໃສໃຫ້ແກ່ສັດປ່າຫຼາກຫຼາຍຊະນິດ. 3. ຄົນລາວປົກປັກຮັກ ສາສິ່ງທີ່ມີຊີວິດໃນປ່າ ຍ້ອນເຫດຜົນຫຼາຍປະການ. 4. ສິ່ງທີ່ມີຊີວິດໃນປ່າຂອງປະເທດລາວ ກຳລັງຕົກຢູ່ໃນ ອັນຕະລາຍ. 5. ການຄ້າຂາຍສິ່ງທີ່ມີຊີວິດຢູ່ໃນປ່າ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດຫຼາຍຊະ ນິດ.6.ການສູນເສຍສິ່ງທີ່ມີຊີວິດໃນປ່າມີຜົນກະທົບຕໍ່ການດຳລົງຊີວິດຂອງຄົນ.7.ການລ່າສັດປ່າແບບບໍ່ຍືນ ຍົງ ເຮັດໃຫ້ລະບົບນິເວດບໍ່ມີຄວາມສົມດູນ. 8. ການລ່າ ແລະ ຄ້າຂາຍ ສິ່ງທີ່ມີຊີວິດໃນປ່າ ແມ່ນຖືກຄວບຄຸມ ດ້ວຍກົດໝາຍ ແລະ ລະບຽບການ. 9. ການອະນຸລັກສິ່ງທີ່ມີຊີວິດໃນປ່າ ແມ່ນອີງໃສ່ການປົກປັກຮັກສາທີ່ຢູ່ ອາໄສ. 10. ກົດລະບຽບທີ່ເຂັ້ມແຂງ ສາມາດປົກປ້ອງ ສິ່ງທີ່ມີຊີວິດໃນປ່າໄມ້ໄດ້). ກິດຈະກໍາທີ່ໄດ້ປະຕິບັດຄັ້ງນີ້ ແມ່ນໄດ້ເນັ້ນໜັກ ກ່ຽວກັບ “ການອານຸລັກສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ” ເພື່ອເປັນການໂຄສະນາ ສ້າງຈິດສຳນຶກ ດ້ານການອະນຸລັກຊັບພະຍາກອນທຳມະຊາດ ໃຫ້ກັບນ້ອງ ນັກຮຽນ ແລະ ພໍ່ແມ່ປະຊາຊົນ, ນອກຈາກນີ້ຍັງເປັນການທວນຄືນ ແລະ ເພີ່ມຄວາມເຂົ້າໃຈໃຫ້ກັບຊຸມຊົນ ຢ່າງເລິກເຊິ່ງ ກ່ຽວກັບ ຄວາມໝາຍຄວາມສໍາຄັນຂອງ “ການອານຸລັກສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ” ເພື່ອເປັນການຫຼຸດຜ່ອນ ການສູນເສຍສິ່ງທີ່ມີຊີວິດໃນປ່າ ຢູ່ ສປປ ລາວ ທີ່ມີຜົນກະທົບຕໍ່ການດຳລົງຊີວິດ ຂອງຄົນ. ໃນນີ້ກິດຈະກໍາໄດ້ແບ່ງອອກເປັນ 3 ພາກສ່ວນຄື: ອຳນາດການປົກຄອງ, ໂຮງຮຽນ ແລະ ຊຸມຊົນ ກິດຈະກຳທັງສາມພາກທີ່ກ່າວມານີ້ ແມ່ນຈະເນັ້ນໃຫ້ເກີດການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ແລະ ນ້ອງ ນັກຮຽນ. • ເມືອງ ຫົວເມືອງ, ແຂວງ ຫົວພັນ ໃນວັນທີ 03 - 12 ຕຸລາ ປີ 2016 ໄດ້ລົງຈັດຕັ້ງປະຕິບັດກິດຈະກຳທີ່ ເມືອງ ຫົວເມືອງ ແຂວງຫົວພັນ, ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ 15 ໂຮງຮຽນ 15 ບ້ານ (ບ້ານຄ້ອງ, ຄ້າງຄາວ, ຫ້ວຍມູນ, ເມືອງອໍ້, ກາງ, ສົບເລົ້າ, ນ້ຳນາດ, ນາພຽງ, ໂຮມພັນ, ໂຮມທອງ, ສົບລາບ, ໝໍ້, ພຽງດີ, ສົນຂົວ, ກໍ່ຮິ້ງ) ໂຮງຮຽນ ອຳນາດການປົກຄອງ ພາກຄໍ່າ ລວມ ທັງໝົດ ຄູ ນັກຮຽນ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ 32 83 1,058 2,104 405 724 2,551 4,553 11,510 ໃນວັນທີ 07 - 20 ພຶດສະພາ ປີ 2016 62 125 738 1,631 408 744 1,906 3,448 5,946 ເຫັນວ່າຜູ້ເຂົ້າຮ່ວມເຂົ້າມີເພີ່ມຂຶ້ນຈາກເມືອກ່ອນ 30 42 320 473 3 20 645 1,105 5,564 ອັດຕາການເພີ່ມຂຶ້ນຂອງຜູ້ເຂົ້າຮ່ວມເພີ່ມຂຶ້ນເທົ່າຕົວ ຍ້ອນປະຊາຊົນສ່ວນຫຼາຍໄດ້ເກັບກ່ຽວຜົນຜະ ລິດຮຽບຮ້ອຍແລ້ວ ແລະ ການລົງເຮັດກິດຈະກຳເຮັດໄດ້ຕາມເປົ້າໝາຍຄົບທຸກບ້ານ
  • 30. ເຫດການ • ເມືອງ ພຽງ, ແຂວງ ໄຊຍະບູລີ ໃນວັນທີ 1 - 10 ພະຈິກ ປີ 2016 ໄດ້ລົງຈັດຕັ້ງປະຕິບັດກິດຈະກຳທີ່ ເມືອງພຽງ, ແຂວງໄຊຍະບູລີ, ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ 17 ໂຮງຮຽນ 15 ບ້ານ (ບ້ານນາຕານ, ສີບຸນເຮືອງ, ກິ່ວແຄມ, ດົງເງິນ, ນາ ແວນ, ນາເງີນ, ນາສຳພັນ, ປາກຊອງ, ນາແຄມ, ນາໜອງຮຸ່ງ, ນ້ຳຍາບ, ຂຸນພອນ, ນ້ຳພອນ, ວັງຄຳ, ນາກອງ, ສົມສະຫວາດ ແລະ ບ້ານໂພນສະອາດ) ໂຮງຮຽນ ອຳນາດການປົກຄອງ ພາກຄໍ່າ ລວມ ທັງໝົດ ຄູ ນັກຮຽນ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ 59 143 1289 2588 656 1448 2527 5000 9179 ໃນວັນທີ 29 ກຸມພາ - 11 ມີນາ ປີ 2016 60 127 1,289 2,088 677 1,127 1,909 3,401 8,570 ເຫັນວ່າຜູ້ເຂົ້າຮ່ວມເຂົ້າມີເພີ່ມຂຶ້ນຈາກເມືອກ່ອນ 1 16 0 500 21 321 618 1599 609 ອັດຕາການເພີ່ມຂຶ້ນຂອງຜູ້ເຂົ້າຮ່ວມເພີ່ມຂຶ້ນໜ່ອຍ ໃນຊ່ວງນີ້ເປັນລະດູຜົນຈຶ່ງເຮັດໃຫ້ຜູ້ເຂົ້າຮ່ວມມາ ບໍ່ເຕັມເມັດເຕັມໜ່ວຍ, ບາງບ້ານກໍ່ໄດ້ເຮັດແຕ່ສອງພາກຄື ພາກເຊົ້າ-ບ່າຍ ຍ້ອນຝົນຕົກບວກລົດທັກສິ່ງແວດ ລ້ອມກໍ່ເພໃນຊ່ວງດຳເນີນກິດຈະກຳ 26 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 31. ເຫດການ 27ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ • ເມືອງບົວລະພາ, ແຂວງຄຳມ່ວນ ໃນວັນທີ 26 ມີນາ - 08 ເມສາ 2016 ໄດ້ລົງຈັດຕັ້ງປະຕິບັດກິດຈະກຳທີ່ ເມືອງ ບົວລະພາ, ແຂວງ ຄຳມ່ວນ, ໄດ້ລົງຈັດຕັ້ງປະຕິບັດກິດຈະກຳ 16 ບ້ານ, 16 ໂຮງຮຽນ (ຂະຍູ້, ສະອາງ, ຫຍ້າຫວາຍ, ວັງຄົນ, ຜານົບ, ໜອງບົວ, ໜອງແສງ, ດຸ, ໜອງໂນ, ວັງມະເນີ, ນ້ຳຈະຫຼາ, ໜອງມ້າ, ລະໂບຍ, ກາອີ, ທາງແບ່ງ, ໜອງປີງ, ຫຍ້າແວດ) ໂຮງຮຽນ ອຳນາດການປົກຄອງ ພາກຄໍ່າ ລວມ ທັງໝົດ ຄູ ນັກຮຽນ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ ຍິງ ທັງໝົດ 10 28 554 1153 290 593 1105 2121 5854 ໃນວັນທີ 26 ມີນາ - 08 ເມສາ ປີ 2016 18 53 616 1,354 247 555 1,216 2,225 6,284 ເຫັນວ່າຜູ້ເຂົ້າຮ່ວມເຂົ້າມີການຫຼຸດລົງຈາກເມື່ອກ່ອນ 8 25 62 201 43 38 111 104 430 ອັດຕາການຫຼຸດລົງຂອງຜູ້ເຂົ້າຮ່ວມ ຍ້ອນປະຊາຊົນສ່ວນໜຶ່ງກຳລັງເກັບກ່ຽວຜົນຜະລິດຍັງບໍ່ທັນຮຽບ ຮ້ອຍ ແລະ ການລົງເຮັດກິດຈະກຳກໍ່ຍັງບໍ່ໄດ້ຕາມເປົ້າໝາຍ ເພາະຍັງມີສອງບ້ານທີ່ເຂົ້າໄປບໍ່ໄດ້ (ໃນຊ່ວງນີ້ ແມ່ນນ້ຳຂຶ້ນເຮັດໃຫ້ຂ້າມນ້ຳເຊບັງໄຟບໍ່ໄດ້ ແລະ ມີບາງບ້ານ ແມ່ນໄດ້ເຮັດແຕ່ພາກເຊົ້າ-ບ່າຍເທົ່ານັ້ນ ຍ້ອນ ລົດເຂົ້າໄປບໍ່ເຖິງໄດ້ພາກັນຂົນເຄື່ອງຈຳນວນໜຶ່ງຍ່າງຂ້າມນ້ຳເຊບັງໄຟ)
  • 32. ເຫດການ ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ແມ່ນໄດ້ແບ່ງອອກເປັນ 3 ພາກ (ເຊົ້າ, ບ່າຍ ແລະ ຄຳ່) ແລະ ແຕ່ລະພາກແມ່ນໃຊ້ເວລາ 3-4 ຊົ່ວໂມງ ຄື: • ກິດຈະກຳພາກເຊົ້າ : ແມ່ນເລີ່ມແຕ່ 9:00-12:00 ໂມງ ໄດ້ເຮັດກິດຈະກຳກັບທາງອຳນາດການປົກຄອງ ບ້ານ ແລະ ປະຊາຊົນພາຍໃນບ້ານ. ກ່ອນຈະເຂົ້າກິດຈະກຳທາງທີມງານໄດ້ທົບທວນກິດຈະກຳເກົ່າທີ່ເຮັດ ຜ່ານມາ, ສະແດງລະຄອນສັ້ນ (ເນື້ອໃນຈະເວົ້າເຖິງການນຳໃຊ້ອາວຸດໃນການລ່າສັດແບບດັບສູນ), ແບ່ງກຸ່ມ ສົນທະນາອອກເປັນ 5 ກຸ່ມ (ສັດບົກ, ສັດປີກ, ສັດເຄິ່ງບົກ-ເຄິ່ງນ້ຳ, ສັດນ້ຳ ແລະ ພືດປ່າ) ພາຍໃຕ້ຫົວຂໍ້ “ການອະນຸລັກສິ່ງທີ່ມີຊີວິດຢູ່ໃນ ສປປ ລາວ” ຈາກນັ້ນກໍ່ໄດ້ເນັ່ງເຊືອກສາຍພົວພັນ (ຈະສະແດງໃຫ້ເຫັນຄວາມ ສຳຄັນຂອງຕ່ອງໂສ້ອາຫານ, ຫຼິ້ນເກມ “ໄຫວິເສດ” ເຊິ່ງມັນສະແດງເຖິງການມີສ່ວນຮ່ວມໃນການປົກປັກຮັກ ສາຊັບພະຍາກອນທຳມະຊາດບໍ່ແມ່ນຜູ້ໃດຜູ້ໜຶ່ງ, ນຳສະເໜີໂຟສເຕີ 10 ຄວາມຈິງ ກ່ຽວກັບ ການອະນຸລັກ ສິ່ງທີ່ມີຊີວິດຢູ່ໃນ ສປປ ລາວ ແລະ ສຸດທ້າຍແມ່ນຫຼິ້ນເກມຄວາມຈຳ (ເກມຈັບຄູ່) ເກມໄດ້ກ່າວຈະສະແດງໃຫ້ ເຫັນຄຸນລັກສະນະພິເສດຂອງສັດ, ຖິ່ນທີ່ຢູ່ອາໃສ ແລະ ສັດດັ່ງກ່າວໄດ້ຈັດເຂົ້າໃນບັນຊີໃດ (ສັດສະຫງວນ, ສັດຄຸ້ມຄອງ ແລະ ສັດທົ່ວໄປ ແມ່ນຈະຕົກຢູ່ໃນບັນຊີ I, II ຫຼື III ທີ່ທາງ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນ ຜູ້ກຳນົດ. 28 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 33. ເຫດການ 29ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ • ກິດຈະກຳພາກບ່າຍ: ແມ່ນເລີ່ມແຕ່ 14:00-16:00 ໂມງ ໄດ້ເຮັດກິດຈະກຳຮ່ວມກັບນັກຮຽນ ແລະ ຄູອາ ຈານ ກິດຈະກຳຢູ່ໂຮງຮຽນແມ່ນບໍ່ມີຫຍັງຫຼາຍເປັນຕົ້ນ ຫຼິ້ນເກມ, ຮ້ອງເພງ, ປັ້ນຮູບສັດຕ່າງໆ, ຕອບຄຳຖາມ ເອົາລາງວັນ ກ່ຽວກັບ ສັດບ້ານ ແລະ ສັດປ່າ ມີຄວາມແຕກຕ່າງກັນບ່ອນໃດ, ສຸດທ້າຍກໍ່ປິດທ້າຍດ້ວຍການ ສະແດງລະຄອນຫຸ່ນ “ກຳພ້າແລະລິງນ້ອຍ” ຈະເວົ້າເຖິງການລັກລອບຕັດໄມ້ທຳລາຍປ່າເຊິ່ງເປັນບ່ອນອາໄສ ຂອງສັດ ເຮັດໃຫ້ສັດມີການລົ້ມຕາຍໄປ ແລະ ດັບສູນ ສຸດທ້າຍລີງນ້ອຍ ແລະ ທ້າວ ກຳພ້າກໍ່ພາກັນປູກປ່າທົດ ແທນ ເພື່ອໃຫ້ສັດປ່າຕ່າງໆກັບຄືນມາ.
  • 34. ເຫດການ • ກິດຈະກຳພາກຄຳ່: ແມ່ນເລິ່ມແຕ່ 17:30-21:00 ໂມງ ໄດ້ເຮັດກິດຈະກຳຮ່ວມກັບພໍ່ແມ່ປະຊາຊົນ. ເລີ່ມ ຕົ້ນຈາກການເຮັດລາຍການວິທະຍຸກະຈາຍສຽງຂອງບ້ານ ໂດຍນຳໃຊ້ໂທລະໂຄ່ງບ້ານ (ເປັນການສະຫຼຸບກິດ ຈະກຳທີ່ເຮັດຜ່ານມາທັງຕອນເຊົ້າ - ບ່າຍ. ພ້ອມດຽວກັນນີ້ກໍ່ເປັນການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບ ການ ອະນຸລັກສິ່ງທີ່ມີຊີວິດຢູ່ ສປປ ລາວ), ກິດຈະກຳຫຼັກໆໃນພາກຄຳ່ ແມ່ນການຫຼິ້ນເກມ, ສາຍຟິມ (ທີ່ໄດ້ເຮັດ ຜ່ານມາຕອນເຊົ້າ-ບ່າຍ), ສາຍຮູບເງົາເລື່ອງ “ບ້ານດຽວກັນ” (ສະແດງໃຫ້ເຫັນການອະນຸລັກພືດ ແລະ ສັດ ເພື່ອໄດ້ນຳໃຊ້ແບບຍືນຍົງ), ຖາມ-ຕອບ ກ່ຽວກັບ ເນື້ອໃນຂອງຮູບເງົາທີ່ສາຍໄປ ແລະ ສຸດທ້າຍກໍ່ປິດລາຍ ການດ້ວຍລະຄອນສັ້ນທີ່ມີຊື່ເລື່ອງວ່າ“ແມ່ນໃຜ”(ສະແດງໃຫ້ເຫັນວ່າໃຜຈະມາປົກປັກຮັກສາຊັບພະຍາກອນທຳ ມະຊາດ ສຸດທ້າຍກໍ່ບໍ່ແມ່ນໃຜ ກໍ່ແມ່ນພໍ່ແມ່ປະຊາຊົນບ້ານເຮົາເອງ ໃນການປົກປັກຮັກສາຊັບພະຍາກອນທຳ ມະຊາດໄວ້ໃຫ້ລຸ້ນຕໍ່ໆໄປໄດ້ນຳໃຊ້). 30 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 36. ເຫດການ ການຈັດການຂີ້ເຫຍື້ອ ຢູ່ 4 ຕົວເມືອງ ແຂວງ ບໍລິຄຳໄຊ ເພື່ອການແກ້ໄຂບັນຫາ ແລະ ການຫຼຸດຜ່ອນ ປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ຄັ້ງນີ້ເປັນ ທີ III. ໃນການປຸກລະດົມສ້າງຄວາມຮູ້ຄວາມສາມາດ ໃຫ້ກັບນ້ອງນັກຮຽນ, ຄູອາຈານ ແລະ ພໍ່ແມ່ປະຊາ ຊົນ ຮູ້ເຖິງຜົນຮ້າຍຜົນເສຍ ແລະ ຄຸນປະໂຫຍກຈາກ ຂີ້ເຫຍື້ອ ທັງເປັນການສ້າງຈິດສຳນຶກໃນການຄັດ ແຍກຂີ້ເຫຍື້ອ. ກິດຈະກຳດັ່ງກ່າວ ແມ່ນເລີ່ມແຕ່ວັນ ທີ 04-15 ກໍລະກົດ 2016, ທີ່ເມືອງທ່າພະບາດ, ເມືອງປາກຊັນ, ເມືອງບໍລິຄັນ ແລະ ເມືອງປາກກະ ດິງ ແຂວງ ບໍລິຄຳໄຊ. ກົມສົ່ງເສີມຄຸນນະພາບສິ່ງ ແວດລ້ອມ (ກສສ) ຮ່ວມກັບ ທີມງານຈາກ ຄະນະວິ ທະຍາສາດປ່າໄມ້, (ມ.ຊ). ລວມທັງໝົດ 15 ຄົນ, ແບ່ງອອກເປັນ 2 ທີມ, 3 ພາກ (ພາກເຊົ້າ, ພາກບ່າຍ ແລະ ພາກຄຳ່). ການລົງເຄື່ອນໄຫວກິດຈະກຳຄັ້ງນີ້ ກໍ່ເພື່ອສ້າງຈິດສໍານຶກດ້ານສິ່ງແວດລ້ອມໃຫ້ນັກຮຽນ, ຄູອາຈານແລະປະຊາຊົນໃຫ້ຮູ້ກ່ຽວກັບການຈັດການ ຂີ້ເຫຍື້ອໃນຊຸມຊົນ ໃຫ້ຖືກວິທີຕາມຫຼັກການ 3R (ຫຼຸດການໃຊ້ Reduce, ໃຊ້ຊ້ຳ Reuse ແລະ ການຣີ ໄຊເຄີຣ Recycle) ນອກນີ້ກໍ່ຍັງນຳເອົາຂີ້ເຫຍື້ອມາ ປະດິດ ເພື່ອຫຼຸດຜ່ອນຂີ້ເຫຍື້ອຢູ່ໃນ 10 ບ້ານ ແລະ 20 ໂຮງຮຽນ. (ເມືອງ ທ່າພະບາດ: ບ້ານທ່າບົກ, ບ້ານສົມ ສະຫວາດ, ບ້ານເລົາຄາ ແລະ ໂຮງຮຽນປະຖົມໂພນ ສະຫວັນ, ປະຖົມທ່າບົກ, ປະຖົມສົມສະຫວາດ ແລະ ມັດທະຍົມປາຍສົມສະຫວາດ, ປະຖົມໄຊສະຫວັນ ແລະ ໂຮງຮຽນປະຖົມເລົາຄາ. ເມືອງ ປາກຊັນ: ບ້ານ ໂພນໄຊເໜືອ, ບ້ານໂພນສີ ແລະ ໂຮງຮຽນປະຖົມ ຫ້ວຍສຽດ, ປະຖົມໂພນໄຊເໜືອ, ປະຖົມໄຊມົງຄຸນ ແລະ ໂຮງຮຽນປະຖົມປາກຊັນໃຕ້. ເມືອງ ບໍລິຄັນ: ບ້ານຜາເມືອງ, ບ້ານສົມສະຫວາດ, ບ້ານຫ້ວຍຄຸນ ແລະ ໂຮງຮຽນປະຖົມຜາເມືອງ ແລະ ມັດທະຍົມສົມ ບູນຜາເມືອງ, ປະຖົມເມືອງເກົ່າ ແລະ ມັດທະຍົມສົມ ບູນບໍລິຄັນ, ປະຖົມຫ້ວຍຄູນ ແລະ ໂຮງຮຽນມັດທະ ຍົມສົມບູນສົມມົງຄຸນ. ເມືອງ ປາກກະດິງ: ບ້ານນ້ຳ ເດື່ອ, ບ້ານແສນສຳລານ ແລະ ໂຮງຮຽນປະຖົມນ້ຳຄູ້, ປະຖົມນ້ຳເດື່ອ,ປະຖົມປາກສາແລະໂຮງຮຽນປະຖົມ ແສນສຳລານ). 32 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 38. ເຫດການ • ກິດຈະກຳພາກເຊົ້າ-ບ່າຍ: ແມ່ນລົງເຮັດກິດຈະ ກຳກັບນ້ອງນັກຮຽນ ແລະ ຄູອາຈານ ໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ໄດ້ຮູ້ເຖິງຄວາມໝາຍ ຄວາມສຳຄັນຂອງການຈັດການຂີ້ເຫຍື້ອ ໃນຂອບ ເຂດໂຮງຮຽນ. ກິດຈະກຳທຳອິດ ແມ່ນການນຳສະເໜີ ໂຟສເຕີ 5 ແຜ່ນ ທີ່ເວົ້າເຖິງວິທີການຈັດການຂີ້ເຫຍື້ອ ການແຍກປະເພດຂອງຂີ້ເຫຍື້ອ, ອາຍຸການຍ່ອຍສະ ຫຼາຍຂອງຂີ້ເຫຍື້ອ,ຫັຼງຈາກນັ້ນກໍ່ໄດ້ຖາມ-ຕອບເພື່ອ ປະເມີນຄວາມເຂົ້າໃຈຂອງນັກຮຽນ ກ່ຽວກັບ ໂຟສເຕີ ທີ່ນຳສະເໜີໄປນັ້ນ, ນຳພານ້ອງນັກຮຽນເກັບຂີ້ເຫຍື້ອ ໃນເຂດອ້ອມຮອບໂຮງຮຽນ ເພື່ອນຳມາສາທິດການ ແຍກຂີ້ເຫຍື້ອໃຫ້ຖືກວິທີ 3R ແລະ ແບ່ງນ້ອງນັກຮຽນ ອອກເປັນ 3 ກຸ່ມ ເພື່ອແຂ່ງຂັນກັນວ່າກຸ່ມໃດຈະແຍກ ຖືກວິທີ ນອກນັ້ນທີມງານພວກເຮົາໄດ້ມີກິດຈະກຳ ມ່ວນຊື່ນ ໂດຍຫາອາສາສະມັກອອກມາຮ້ອງເພງ, ຫຼິ້ນເກມ ສຸດທ້າຍກໍ່ເປັນການສາທິດວິທີ ການນຳ ເອົາຂີ້ເຫຍື້ອທີ່ສາມາດນຳມາໃຊ້ໃໝ່ໄດ້ ມາໝູນໃຊ້ ໃຫ້ເປັນຮູບແບບຕ່າງໆເຊັ່ນ: ການນໍາເອົາກະຕຸກມາ ປະດິດເປັນຕັ່ງນັ່ງ, ສອນວິທີເຮັດກັບດັກໜູ ແລະ ອື່ນໆ. • ກິດຈະກຳພາກຄ່ຳ: ການສ້າງຈິດສຳນຶກດ້ານ ການຈັດການຂີ້ເຫຍື້ອ ແລະ ສາທິດວິທີການນຳໃຊ້ສິ່ງ ເສດເຫຼືອໃຫ້ເກີດປະໂຫຍດໃຫ້ແກ່ປະຊາຊົນໝົດທຸກ ຄົນທີ່ມາເຂົ້າຮ່ວມຂອງແຕ່ລະບ້ານ ກ່ຽວກັບ ການຈັດ ການຂີ້ເຫຍື້ອແບບຄົບວົງຈອນ ຕາມຫຼັກການ 3R ໂດຍຜ່ານການອະທິບາຍ 5 ໂຟສເຕີ ທີ່ເວົ້າເຖິງຂີ້ ເຫຍື້ອໃນເຮືອນເຮົາມີຫຍັງແດ່, ປະເພດຂອງຂີ້ ເຫຍື້ອ, ອາຍຸການຍ່ອຍສະຫຼາຍຂອງຂີ້ເຫຍື້ອ. ຫຼັງ ຈາກນັ້ນ ກໍ່ມີການຖາມ-ຕອບ ກ່ຽວກັບ ໂຟສເຕີດັ່ງ ກ່າວ ເພື່ອທົບທວນຄວາມເຂົ້າໃຈກັບພໍ່ແມ່ປະຊາ ຊົນ, ນອກນັ້ນ ກໍ່ຍັງມີການສາຍວີດີໂອສັ້ນ ກ່ຽວກັບ ການເຮັດປຸ໋ຍໝັກຊີວະພາບ, ນ້ຳໝັກຊີວະພາບ ພ້ອມ 34 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 39. ເຫດການ 35ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ສາທິດຕົວຈິງ ໃຫ້ພໍ່ແມ່ປະຊາຊົນຮຽນຮູ້ສຶກສາເຂົ້າ ເຖິງວິທີການເຮັດປຸ໋ຍໝັກຊີວະພາບ, ນ້ຳໝັກຊີວະ ພາບ ໂດຍວັດຖຸດິບແມ່ນ ເນັ້ນໃສ່ສິ່ງທີ່ມີພາຍໃນ ບ້ານ ເຊັ່ນ: ໃບໄມ້ແຫ້ງ, ເສດອາຫານຈາກຄົວເຮືອນ, ເປືອກໝາກໄມ້ຕ່າງໆແລະກໍ່ມີການສະແດງລະຄອນ ເງົາ ເລື່ອງ: ການຖິ້ມຂີ້ເຫຍື້ອຊະຊາຍ. ນອກຈາກນີ້ຍັງ ມີການ ຖາມ-ຕອບ ສົນທະນາ ກ່ຽວກັບ ການຮັກສາ ອານາໄມບ້ານເມືອງໃນຖານະທີ່ ປະຊາຊົນມີເຮືອນ ຕັ້ງຢູ່ແຄມທາງໃຫຍ່ ແລະ ຄຳຖາມອື່ນໆ ເພື່ອແລກ ປ່ຽນແກ່ຜູ້ໃຫຍ່ ແລະ ເດັກນ້ອຍໃນແນວຄວາມຄິດ ຄວາມເຂົ້າໃຈທີ່ແຕກຕ່າງກັນທີ່ເໝາະສົມ. ການລົງເຮັດກິດຈະກຳຄັ້ງນີ້: ແມ່ນເປັນການ ສ້າງຄວາມຮູ້ຄວາມເຂົ້າໃຈ ໃນການຈັດການຂີ້ເຫຍື້ອ ໃນຄົວເຮືອນ,ຂອບເຂດບ້ານແລະໂຮງຮຽນ,ຮູ້ຈັກນຳ ໃຊ້ຂີ້ເຫຍື້ອທີ່ບໍ່ໃຊ້ໃຫ້ມາປະດິດເປັນສິ່ງຂອງໃຊ້ໃນ ບ້ານ ນອກນີ້ປະຊາຊົນຍັງໄດ້ຮຽນຮູ້ວິທີການເຮັດ ປຸ້ຍຊີວະພາບ ທີ່ໄດ້ຈາກເສດຜັກ ແລະ ເສດອາຫານ. ຫວັງວ່າການລົງເຮັດກິດຈະກຳຄັ້ງນີ້ ຈະສາມາດປ່ຽນ ແປງພຶດຕິກຳໃນການສ້າງຂີ້ເຫຍື້ອໃຫ້ໜ່ອຍລົງ ແລະ ກິດຈະກຳຂອງພວກເຮົາຍັງບໍ່ໝົດເທົ່ານີ້ ຍັງຈະສືບຕໍ່ ໃນເດືອນກັນຍາ 2016.
  • 40. ເຫດການ ລົງເຄື່ອນໄຫວກິດຈະກຳ ການຈັດການຂີ້ເຫຍື້ອ ໃນຊ່ວງງານ ບຸນຊ່ວງເຮືຶອ ທີ່ທ່າວັດຈັນປີ 2016 ໃນທ້າຍເດືອນຕຸລາ, ໂຄງການ ສົ່ງເສີມການສຶກ ສາສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາ ກາດ (ProCEEd) ໄດ້ນໍາສະເໜີ ຮ້ານທີ່ໃຫ້ການສຶກ ສາຊື່ວ່າ: ‘ປະສົບການປີສາດຂີ້ເຫຍື້ອ’ ແກ່ປະຊາຊົນ ຫຼາຍຮ້ອຍຄົນ ທີ່ງານບຸນຊ່ວງເຮືອທີ່ທ່າວັດຈັນ, ນະ ຄອນຫຼວງວຽງຈັນ. ກິດຈະກໍາດັ່ງກ່າວ ຈັດຕັ້ງປະຕິບັດ ໂດຍທີມງານຂອງໜ່ວຍງານ ອະນຸລັກທໍາມະຊາດ ເຄື່ອນທີ່ (MCU) ຂອງຄະນະປ່າໄມ້ ແລະ ກົມສົ່ງ ເສີມຄຸນນະພາບສິ່ງແວດລ້ອມ (ກສສ), ກະຊວງ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ). ແມ່ນໃຜເຄີຍເຂົ້າຮ່ວມງານບຸນນີ້ ຮູ້ວ່າບໍ່ມີ ໃຜຈະມີຄວາມຄິດປະດິດສ້າງ ເພື່ອສາມາດສ້າງຂໍ້ ຄວາມເພື່ອໃຫ້ຜູ້ໃດຜູ້ໜຶ່ງສົນໃຈໄດ້, ແລະ ມັນກໍ່ບໍ່ ເປັນ ສິ່ງທີ່ງ່າຍເລີຍທີ່ຈະແຂ່ງຂັນກັບຮ້ານອື່ນຫຼາຍໆ ຮ້ານ ທີ່ມີທັງສຽງດົນຕີພົດດັ່ງສະນັ່ນໄປທົ່ວ. ຈາກປະ ສົບການທີ່ເຄີຍໄດ້ພົບຜ່ານມາ ໂຄງການ ProCEEd ຈຶ່ງໄດ້ຕັດສິນໃຈນໍາໃຊ້ການນໍາສະເໜີຂໍ້ຄວາມ ໂດຍ ນໍາໃຊ້ແສງ ແລະ ສີເປັນຄັ້ງທໍາອິດ ເພື່ອສົ່ງຂໍ້ຄວາມ ວິທີການປະຕິບັດທີ່ດີ ຂອງການຈັດການຂີ້ເຫຍື້ອ ແລະ ປະກອບດ້ວຍການຫຼີ້ນເກມ ແລະ ກິດຈະກໍາ ທີ່ຫຼາກຫຼາຍ. ຈະສັງເກດຢູ່ທາງເຂົ້າຂອງຮ້ານຂອງ ProCEEd, ແມ່ນມີໂຕປີສາດຂີ້ເຫຍື້ອ ໂຕບັກໃຫຍ່ ມີຕາສີແດງໆ ຊຶ່ງຢູ່ຕ້ອນຮັບແຂກຜູ້ມາຢ້ຽມຢາມ. ຊຸດກ່ອງແສງ 10 ຊຸດ ຊຶ່ງເປັນແບບຝ້າຕັ້ງສອງຝາ ມີຄວາມຍາວ 4 ແມັດ ແລະ 6 ແມັດ, ແລະ ສະແດງ ໃຫ້ເຫັນທັງພຶດຕິກໍາທາງບວກ ແລະ ລົບຂອງການ ຈັດການຂີ້ເຫຍື້ອ. ແນວຄວາມຄິດ ແລະ ການອອກ ແບບຂອງກ່ອງແສງເຫຼົ່ານີ້ ແມ່ນໄດ້ມາຈາກພື້ນຖານ ເຕັກນິກການສະແດງ ຕຸກກະຕາເງົາແສງ ຊຶ່ງໃສ່ເງົາ, ແສງ ແລະ ສີສັນເພື່ອບອກເລົ່າເລື່ອງລາວຕ່າງໆ. ແຜ່ນຝ້າຕັ້ງອັນທໍາອິດ ແມ່ນຍາວ 4 ແມັດ ຊຶ່ງສະແດງ ເຖິງຊຸມຊົນໜຶ່ງ ທີ່ບໍ່ສົນໃຈວ່າຂີ້ເຫຍື້ອທີ່ເຂົາເຈົ້າຖິ້ມ ຫຼາຍສໍາໃດ ແລະ ກໍາລັງສ້າງມົນລະພິດຕໍ່ສິ່ງແວດ ລ້ອມ ແລະ ສ້າງການແຜ່ຂະຫຍາຍຂອງເຊື້ອໂລກ ຕ່າງໆສໍາໃດ. ສ່ວນແຜ່ນຝ້າຕັ້ງອັນທີ່ສອງ ແມ່ນມີ ຄວາມຍາວ 6 ແມັດ ຊຶ່ງສະແດງເຖິງອີກຊຸມຊົນໜຶ່ງທີ່ ມີພຶດຕິກໍາໃນການຈັດການຂີ້ເຫຍື້ອດີ. ແນວຄວາມ ຄິດຂອງການແຍກຂີ້ເຫຍື້ອ‘ຫຼຸດການໃຊ້-ໃຊ້ຊໍ້າ-ນໍາ ກັບມາໃຊ້ໃໝ່’ ກໍ່ໄດ້ນໍາສະເໜີເຊັ່ນດຽວກັນ. ແຜ່ນຜາຕັ້ງເງົາແສງ ແມ່ນໄດ້ຮັບຜົນສໍາເລັດເປັນ 36 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ
  • 41. ເຫດການ 37ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ ຢ່າງດີ ແລະ ສາມາດເປັນສິ່ງຈັບຕາຂອງຜູ້ມາເຂົ້າ ຊົມທີ່ເຂົ້າມາໃນຮ້ານວາງສະແດງ ແລະ ໄດ້ຮັບ ຄວາມໜ້າສົນໃຈໃນການຈັດການຂີ້ເຫຍື້ອ ຢ່າງຫຼວງ ຫຼາຍ. ນອກຈາກກ່ອງແສງແລ້ວ, ຍັງມີຊຸດຫຼີ້ນເກມ ແລະ ກິດຈະກໍາຕ່າງໆ. ພ້ອມກັນນີ້ ກໍ່ຍັງມີການແຂ່ງ ຂັນການແຕ້ມຮູບ, ການຫຼີ້ນເກມ ແລະ ກິດຈະກໍາ ການເກັບຂີ້ເຫຍື້ອເຄື່ອນທີ່ ຊຶ່ງສາມາດດຶງດູດຄົນ ເປັນຈໍານວນຫຼາຍເຂົ້າຮ່ວມໃນກິດຈະກໍາ ການສຶກ ສາດ້ານສິ່ງແວດລ້ອມຄັ້ງນີ້. ເກມແຜ່ນພີມທີ່ຫຼີ້ນຢູ່ເທິງພື້ນດິນ ແມ່ນໄດ້ສອນຜູ້ ເຂົ້າຮ່ວມຮຽນຮູ້ ກ່ຽວກັບ ພຶດຕິກໍາທີ່ດີ ແລະ ບໍ່ດີໃນ ການຈັດການກັບຂີ້ເຫຍື້ອ. ໃນຊ່ວງງານບຸນດັ່ງກ່າວ ບັນດາຜູ້ເຂົ້າຮ່ວມ ສາມາດຄາດເດົານໍ້າໜັກຂອງຖັງ ຂີ້ເຫຍື້ອ 3 ຖັງ ທີ່ແທນໃຫ້ຂີ້ເຫຍື້ອທີ່ປະຊາຊົນຢູ່ນະ ຄອນຫຼວງເປັນຜູ້ສ້າງຂຶ້ນຕໍ່ມື້, ຕໍ່ອາທິດ ຫຼື ເດືອນ ໂດຍໃຫ້ຜູ້ເຂົ້າຮ່ວມດຶງເຊືອກ ເພື່ອຍົກຖັງຂີ້ເຫຍື້ອ ຂຶ້ນເພື່ອຊັ່ງນໍ້າໜັກ. ມີຫຼາຍຄົນກໍ່ມີຄວາມແປກໃຈ ເຖິງປະລິມານຂີ້ເຫຍື້ອທີ່ສ້າງຂຶ້ນ; ແລະ ເພື່ອເນັ້ນ ໜັກ ເລື່ອງລະບົບແຍກຂີ້ເຫຍື້ອ ອາສາສະມັກໜ່ວຍ ງານອະນຸລັກທໍາມະຊາດເຄື່ອນທີ່ (MCU) ກໍ່ໄດ້ຍ່າງ ເລາະຮອບໆງານບຸນເພື່ອເກັບຂີ້ເຫຍື້ອແລະ ກະຈາຍ ຂໍ້ມູນວິທີການທີ່ຖືກຕ້ອງໃນການແຍກຂີ້ເຫຍື້ອໃສ່ຖັງ ຂີ້ເຫຍື້ອທີ່ມີສີແຕກຕ່າງກັນ. ອຸປະກອນທຸກຢ່າງ ແມ່ນໄດ້ຖືກສ້າງຂຶ້ນໃໝ່ໝົດ, ອຸປະກອນອັນນີ້ ແມ່ນມັນໄດ້ໃຊ້ເວລາກະກຽມເປັນ ເວລາຍາວນານ ຊຶ່ງໃຊ້ທັງຄວາມພະຍາຍາມ ບວກ ກັບຄວາມກະຕືລືລົ້ນ ໂດຍສະເພາະແມ່ນອາສາສະ ມັກ MCU ແລະ ຫົວໜ້າທີມງານ. ແນ່ນອນວ່າຈາກ ຜົນທີ່ໄດ້ຮັບ ແລະ ຄໍາເຫັນທີ່ເປັນທາງບວກ ໃນຊ່ວງ ງານບຸນຊ່ວງເຮືອ ນັ້ນມັນສະແດງໃຫ້ເຫັນເຖິງຄວາມ ສໍາເລັດຂອງຄວາມພະຍາຍາມຂອງພວກເຂົາ ແລະ ຍັງຈະສືບຕໍ່ກິດຈະກຳດັ່ງກ່າວໃນງານບຸນພະທາດ ຫຼວງ.
  • 42. ເຫດການ ການລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກດ້ານສິ່ງ ແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການຫຼຸດ ຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ເພື່ອເປັນການຫຼຸດຜ່ອນປະລິມານການນຳ ໃຊ້ຂີ້ເຫຍື້ອ ກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ (ກສສ) ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ທີມງານຈາກຄະ ນະວິທະຍາສາດປ່າໄມ້, (ມ.ຊ) ລວມທັງໝົດ 26 ຄົນ ລົງເຄື່ອນໄຫວ ກິດຈະກໍາສ້າງຈິດສໍານຶກ ດ້ານສິ່ງ ແວດລ້ອມ ກ່ຽວກັບ ການແກ້ໄຂບັນຫາ ແລະ ການ ຫຼຸດຜ່ອນປະລິມານຂີ້ເຫຍື້ອ ໃນໂຮງຮຽນ ແລະ ບ້ານ ໃນການປຸກລະດົມສ້າງຄວາມຮູ້, ຄວາມສາມາດ ໃຫ້ ກັບນ້ອງນັກຮຽນ, ຄູອາຈານ ແລະ ພໍ່ແມ່ປະຊາຊົນ ຮູ້ເຖີງຜົນຮ້າຍຜົນເສຍ ແລະ ຄຸນປະໂຫຍກຈາກຂີ້ ເຫຍື້ອ ທັງເປັນການສ້າງຈິດສຳນຶກໃນການຄັດແຍກ ຂີ້ເຫຍື້ອ. ກິດຈະກຳດັ່ງກ່າວ ແມ່ນເລີ່ມແຕ່ວັນທີ 12-22 ກັນຍາ 2016, ທີ່ເມືອງທ່າພະບາດ, ເມືອງ ປາກຊັນ ແລະ ເມືອງປາກກະດິງ ແຂວງ ບໍລິຄຳໄຊ. ການລົງເຄື່ອນໄຫວກິດຈະກຳສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ໃນຫົວຂໍ້: “ການຈັດການຂີ້ເຫຍື້ອ ໃນຊຸມຊົນ, ການແກ້ໄຂບັນຫາ ແລະ ການຫຼຸດຜ່ອນ ປະລິມານຂີ້ເຫຍື້ອຢູ່ໃນບັນດາໂຮງຮຽນປະຖົມ ຈຳ ນວນ 18 ແຫ່ງ, ມັດທະຍົມ 18 ແຫ່ງ ແລະ ບ້ານ 18 ແຫ່ງ. (ເມືອງທ່າພະບາດ: ໂຮງຮຽນປະຖົມ ແສງອາ ລຸນ, ປາກທວາຍ, ສີສົມໄຊ, ປ່າໄລ່, ທວາຍແບ່ງ, ໂພນສະອາດ,ສົມສະອາດ,ນາໄຊ,ທ່າພະບາດແລະ ໂຮງຮຽນປະຖົມໄຊສະຫວັນ. ໂຮງຮຽນມັດທະຍົມ ປາກຊັນໃຕ້, ປາກທວາຍ, ຍ່ອຍໄຮ່ ແລະ ໜອງເກິນ, ຫ້ວຍເລິກ, ທວາຍແບ່ງ, ທ່າບົກ, ສົມສະອາດ, ນາໄຊ, ທ່າພະບາດ ແລະ ໂຮງຮຽນມັດທະຍົມເລົ່າຄາ. ບ້ານ ໂພນສະຫວ່າງ, ປາກທວາຍ, ສີສົມໄຊ, ປ່າໄລ່, ທວາຍແບ່ງ, ທ່າບົກ, ສົມສະອາດ, ນາໄຊ, ທ່າພະ ບາດ ແລະ ບ້ານເລົ່າຄາ. ເມືອງປາກຊັນ: ໂຮງຮຽນ ປະຖົມປາກສາ, ສີວິໄລ, ສວນສະຫວັນ, ນາສົມມໍ, ໂພນໄຊໃຕ້, ກ້ວຍອຸດົມ(ນອກ), ປາກຊັນໃຕ້, ໄຊມຸງ ຄຸນ, ສີສົມໄຊ ແລະ ໂຮງຮຽນປະຖົມ ສີສະອາດ. 38 ຈົດໝາຍຂ່າວ ມິຖຸນາ-ທັນວາ 2016 ກສສ